04:28 PM 08/01/2021  Lượt xem: 2712
ພ້ອມກັນອີງຫຼັງໃສ່ສາຍພູຫຼວງໃຫຍ່ໂຕມະໂຫຖານ, ພ້ອມກັນອາບນ້ຳຮ່ວມແມ່ນ້ຳຂອງ, ສອງຊາດຫວຽດນາມ - ລາວ ເວລາໃດກໍ່ບໍລິສຸດຜຸດຜ່ອງສະເໝີຕົ້ນສະເໝີປາຍ, ຄຽງບ່າຄຽງໄຫຼ່ກັນໃນຕະຫຼອດຂະບວນວິວັດແຫ່ງປະ ຫວັດການຕໍ່ສູ້ປົດປ່ອຍຊາດ ແລະ ສ້າງສາປະເທດຊາດ. ແຕ່ວຽງຈັນ ຮອດຮ່າໂນ້ຍ - ຂີ່ຍົນໃສ່ເວລາພຽງແຕ່ ຊົ່ວໂມງປາຍ; ແຕ່ວຽງຈັນ ຮອດຮ່າໂນ້ຍ - ແມ່ນສອງພື້ນຖານວັດທະນະທຳທີ່ແຕກຕ່າງກັນ, ຜິດແປກແຕ່ພັດ ລື້ງແກວ່ນສະໜິດສະໜົມ…

 04:22 PM 08/01/2021  Lượt xem: 2576
ປະຊາຊົນໃນສອງຊົນເຜົ່າບຣູ - ເວິນກ່ຽວ ແລະ ຕະໂອ້ຍ ເປັນສອງຊົນເຜົ່າໃນບັນດາຊົນເຜົ່າທີ່ມີຕົ້ນ ກຳເນີດມາແຕ່ດົນນານ ເຊິ່ງໄດ້ດຳລົງຊີວິດຢູ່ເຂດພູຫຼວງ - ໄຕງວຽນເວົ້າລວມ. ນີ້ແມ່ນສອງຊົນເຜົ່າທີ່ຂຶ້ນກັບ ພາກສ່ວນຊົນເຜົ່າສ່ວນໜ້ອຍຂອງແຂວງກວາງຈິ, ພັດພາອາໄສເຕົ້າໂຮມຢູ່ເຂດປ່າພູດອຍລຽບຕາມສາຍພູຫຼວງ ທີ່ໃຫຍ່ໂຕມະໂຫຖານ ເຊິ່ງຂຶ້ນກັບພື້ນທີ່ຂອງບັນດາເມືອງຄື: ດາກຣົງ, ເຮື໊ອງຮວ໊າ, ຫວິງລິງ, ຢໍລິງ ແລະ ກາມໂລ້.

 04:20 PM 08/01/2021  Lượt xem: 2434
ໃນຊຸມປີຜ່ານມາ, ແຂວງເຊີນລາໄດ້ປະຕິບັດວຽກງານເສີມຂະຫຍາຍບົດບາດຂອງຜູ້ຊົງຄຸນວຸດທິໃນ ການດຳລົງຊີວິດຂອງປະຊາຊົນບັນດາຊົນເຜົ່າສ່ວນໜ້ອຍຢູ່ເຂດພູສູງເຂດຊາຍແດນຕິດກັບປະເທດລາວ. ໝາກ ຜົນຂອງວຽກງານດັ່ງກ່າວ ໄດ້ຊ່ວຍໃຫ້ປະຊາຊົນມີຄວາມຮັບຮູ້ກ່ຽວກັບກົນອຸບາຍ, ເລ່ລ່ຽມຂອງບັນດາກຳລັງ ສັດຕູຢ່າງຈະແຈ້ງ, ບໍ່ຄຸນເຄືອ, ບໍ່ເປັນອັດຕະວິໄສ, ບໍ່ຄິດເພີ້ຝັນ, ຍົກສູງຈິດໃຈລະວັງຕົວ ແລະ ຄວາມພາກ ພູມໃຈຂອງຊົນຊາດ, ສະຕິເອກະລາດເປັນເຈົ້າຕົນເອງ, ຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບ ຮຽບຮ້ອຍ, ອະທິປະໄຕເຂດຊາຍແດນ ແລະ ຕັດສິນໃຈສູ້ຊົນລຶບລ້າງຄວາມທຸກຈົນທີ່ຫຼ້າຫຼັງ.

 04:17 PM 08/01/2021  Lượt xem: 2618
ຫວຽດນາມ ແລະ ລາວມີເສັ້ນຊາຍແດນຍາວ 2337 ກິໂລແມັດ. ຜ່ານຜ່າໄລຍະແຫ່ງການສົງຄາມ ແລະ ຄວາມພະຍາຍາມບືນຕົວໃນການສ້າງ ແລະ ພັດທະນາປະເທດຊາດ, ປັດຈຸບັນນີ້, ຊາຍແດນ ຫວຽດ ນາມ - ລາວກຳລັງນັບມື້ນັບປາກົດສີສັນຄວາມຈະເລີນດ້ວຍໂຄງການກໍ່ສ້າງພື້ນຖານໂຄງລ່າງຕ່າງໆ ທີ່ຮັບໃຊ້ ໃຫ້ແກ່ການແລກປ່ຽນ, ພັດທະນາເສດຖະກິດລະຫວ່າງສອງຊາດ. ໃນຂະບວນວິວັດແຫ່ງການພັດທະນາ ດັ່ງກ່າວ, ທະຫານປ້ອງກັນຊາຍແດນຫວຽດນາມພ້ອມກັບກຳລັງປ້ອງກັນຊາຍແດນຂອງລາວໄດ້ ມີການປະສານງານຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນສູງທີສຸດ ແນໃສ່ປະກອບສ່ວນເຂົ້າໃນການປະຕິບັດ ແຜນນະໂຍບາຍໃຫຍ່ຂອງສອງພັກ, ສອງລັດໃຫ້ມີປະສິດທິຜົນ ເພື່ອເພີ່ມທະວີການຮ່ວມມື, ສ້າງເຂດຊາຍ ແດນໃຫ້ມີຄວາມໝັ້ນຄົງ ແລະ ພັດທະນາຮອບດ້ານກ່ວາເກົ່າ.

 04:12 PM 08/01/2021  Lượt xem: 2462
ໂດຍປະຕິບັດນະໂຍບາຍຕໍ່ຜູ້ຊົງຄຸນວຸດທິໃນປະຊາຊົນຊົນເຜົ່າສ່ວນໜ້ອຍ. ໃນຊຸມປີຜ່ານມາ, ຄະນະ ພັກ, ອຳນາດການປົກຄອງຂັ້ນຕ່າງໆ ໃນເທະສະບານແຂວງ ເຫງະອານ ໄດ້ມີຄວາມເອົາໃຈໃສ່ຊີ້ນຳການປະຕິ ບັດສ້າງຖັນແຖວຜູ້ຊົງຄຸນວຸດທິໃນເທດສະບານແຂວງທີ່ຮັບປະກັນຄຸນນະພາບ, ມາດຕະຖານ, ພິເສດແມ່ນຢູ່ໃນ ຈຳນວນ 329 ບ້ານທີ່ຂຶ້ນກັບ 27 ຕາແສງເຂດຊາຍແດນ ຫວຽດນາມ - ລາວ; ພ້ອມດຽວກັນນັ້ນ, ໄດ້ມີການຊີ້ນຳ, ປະຕິບັດນະໂຍບາຍຕໍ່ຜູ້ຊົງຄຸນວຸດທິໃນປະຊາຊົນຊົນເຜົ່າສ່ວນໜ້ອຍໄດ້ເປັນຢ່າງດີ.

 04:10 PM 08/01/2021  Lượt xem: 2374
ເປັນເວລາຫຼາຍປີມານີ້, ພໍ່ແມ່ປະຊາຊົນໄປມາຫາສູ່ກັນຢູ່ສອງຟາກຊາຍແດນເຂດເມືອງເຮື໊ອງຮວ໊າ (ແຂວງກວາງຈິ)ແລະເມືອງເຊໂປນ(ແຂວງສະຫວັນນະເຂດ,ລາວ)ໄດ້ຢ່າງສະດວກກວ່າ, ຍ້ອນໃນແຕ່ລະມື້ລ້ວນແຕ່ມີເຮືອນຳສົ່ງພໍ່ແມ່ປະຊາຊົນໄປມາແລກປ່ຽນວັດທະນະທຳ, ເຮັດການຜະລິດ, ເຮັດທຸລະກິດ. ພິເສດ, ອຳນາດການປົກຄອງແລະເຈົ້າໜ້າທີ່ຕ່າງໆໄດ້ສ້າງບັນດາຄູ່ບ້ານແຮກສ່ຽວ, ເຮັດໃຫ້ສາຍພົວພັນລະຫວ່າງພໍ່ແມ່ປະຊາຊົນຢູ່ສອງຟາກຊາຍແດນມີຄວາມສະໜິດຕິດພັນຍິ່ງໆຂຶ້ນ.

 04:07 PM 08/01/2021  Lượt xem: 2733
ຄົນແຢຈຽງ ຢູ່ແຂວງກອນຕຸມ ໄດ້ພັດພາອາໄສສ່ວນໃຫຍ່ຢູ່ເທດສະບານຂອງເມືອງດາກໄລ ແລະ ເມືອງ ຫງອກໂຮ່ຍ ລຽບຕາມເສັ້ນທາງໂຮ່ຈີມິນ ທີ່ໃກ້ຊາຍແດນກັບປະເທດອ້າຍນ້ອງລາວ. ນີ້ແມ່ນໜຶ່ງໃນບັນດາຊົນ ເຜົ່າທີ່ມີຊີວິດທາງດ້ານຈິດໃຈອຸດົມຫຼາຍຮູບຫຼາຍສີ, ມາຮອດປັດຈຸບັນນີ້ຍັງຮັກສາໄດ້ວັດທະນະທຳຫຼາຍຢ່າງທີ່ເປັນເອກະລັກສະເພາະ.