ບັນດາຖ້ຽວເຮືອທີ່ຕິດພັນມິດຕະພາບລະຫວ່າງພໍ່ແມ່ປະຊາຊົນຢູ່ສອງຟາກຊາຍແດນ

04:10 PM 08/01/2021 |   Lượt xem: 500 |   In bài viết | 

ແມ່ນ້ຳເຊໂປນທີ່ຂັ້ນລະຫວ່າງເມືອງເຮື໊ອງຮວ໊າ, ແຂວງກວາງຈິແລະເມືອງເຊໂປນ, ແຂວງສະຫວັນນະເຂດ. ຍ້ອນວ່າບໍ່ທັນມີຂົວຂ້າມເທື່ອສະນັ້ນພໍ່ແມ່ປະຊາຊົນຢູ່ສອງຟາກຊາຍແດນໄປມາໃນແຕ່ລະມື້ດ້ວຍເຮືອນຳສົ່ງ.

ເຖິງວ່າມີການຈັດແຍກໃນດ້ານພູມສາດກໍຕາມ, ແຕ່ພໍ່ແມ່ປະຊາຊົນຢູ່ສອງຟາກຊາຍແດນຈຳນວນໜຶ່ງຍັງມີສາຍພົວພັນເປັນເຊື້ອຍາດນຳກັນດັ່ງນັ້ນໄດ້ໄປມາຫາສູ່ກັນຕະຫຼອດ. ຄຽງຄູ່ກັນນັ້ນ, ພໍ່ແມ່ປະຊາຊົນຢູ່ເມືອງເຮື໊ອງຮວ໊າ, ແຂວງກວາງຈິໃນແຕ່ລະມື້ໄປມາເຮັດໄຮ່ເຮັດນາ, ແລກປ່ຽນສິນຄ້າ, ທຳມາຫາກິນຢູ່ເບື້ອງລາວ; ກົງກັນຂ້າມ, ພໍ່ແມ່ປະຊາຊົນຢູ່ເມືອງເຊໂປນກໍ່ມີຄວາມຕ້ອງການເຂົ້າມາແຂວງກວາງຈິທຳມາຫາກິນ, ຄ້າຂາຍ,ຢ້ຽມຢາມຍາດຕິພີ່ນ້ອງ.

ໃນຊຸມປີມໍ່ໆມານີ້, ການເຄື່ອນໄຫວຄ້າຂາຍເຖື່ອນຢູ່ແມ່ນ້ຳເຊໂປນແມ່ນເດືອດຮ້ອນແລະສັບສົນທີ່ສຸດ. ບາງເປົ້າໝາຍໄດ້ສວຍໃຊ້ພູມປະເທດເຂດຊາຍແດນເພື່ອລັກນຳຂອງເຖື່ອນຈາກລາວເຂົ້າມາເພື່ອຫາກຳໄລ. ເຈົ້າໜ້າທີ່ຕ່າງໆຕ້ອງເພີ່ມທະວີລາດຕະເວນກວດກາ, ຄວບຄຸມ, ສະກັດກັ້ນການຄ້າຂາຍເຖື່ອນ.

ພໍ່ເຖົ້າໂຮ່ວັນຕໍ໊ (ອາຍຸ65 ປີ, ເປັນຄົນເມືອງເຊໂປນ)ໃນແຕ່ລະມື້ໄດ້ “ມີໜ້າ”ຢູ່ທ່າເຮືອໝີອຽນຂອງແມ່ນ້ຳເຊໂປນ - ທີ່ຂັ້ນລະຫວ່າງເມືອງເຮື໊ອງຮວ໊າແລະເມືອງເຊໂປນ, ເພື່ອນຳສົ່ງພໍ່ແມ່ປະຊາຊົນໄປມາ. ບໍ່ວ່າມື້ຝົນຕົກແດດຮ້ອນກໍຕາມ, ພໍ່ເຖົ້າຕໍ໊ຍັງນຳສົ່ງພໍ່ແມ່ປະຊາຊົນຢູ່ສອງຟາກຊາຍແດນໄປມາຢ່າງສຸດອົກສຸດໃຈ. ເພິ່ນຍາມໃດກໍ່ເຕືອນຕົນເອງວ່າຕ້ອງປະຕິບັດຖືກຕາມລະບຽບກົດໝາຍຂອງສອງປະເທດ.

ພໍ່ເຖົ້າຕໍ໊ໃຫ້ຮູ້ວ່າ, ທະຫານຊາຍແດນແຂວງກວາງຈິກໍ່ໄດ້ລາດຕະເວນກວດກາ, ພົບປະ, ຢ້ຽມຢາມ, ປຸກລະດົມເພິ່ນໃຫ້ປະຕິບັດດີ, ບໍ່ລະເມີດກົດໝາຍຢ່າງເປັນປະຈຳ. ເພິ່ນເອງກໍ່ໃຫ້ຄຳໝັ້ນສັນຍາວ່າຈະບໍ່ຕໍ່ມືຂົນສົ່ງຂອງເຖື່ອນ, ຫຼືມີການກະທຳທີ່ລະເມີດກົດໝາຍ.

ເຂົ້າຮ່ວມການນຳສົ່ງຜູ້ໂດຍສານໄປມາໃນແຕ່ລະມື້ຢູ່ສອງຟາກຊາຍແດນເພື່ອແລກປ່ຽນວັດທະນະທຳ, ເຮັດການຜະລິດ, ເຮັດທຸລະກິດ, ບັນດາຄົນຄືພໍ່ເຖົ້າຕໍ໊ໄດ້ຖືເປັນຜູ້ “ສ້າງຂົວແຫ່ງມິດຕະພາບ”ຫວຽດ - ລາວ.

ແນໃສ່ຮັກສາ, ປັບປຸງແລະເພີ່ມທະວີສາຍພົວພັນສາມັກຄີ, ມິດຕະພາບພິເສດຫວຽດນາມ - ລາວ, ລາວ - ຫວຽດນາມ; ເລີ່ມຈາກສະພາບພຶດຕິກຳຕົວຈິງຢູ່ເຂດຊາຍແດນ, ແຂວງກວາງຈິໄດ້ມອບໃຫ້ກອງບັນຊາການທະຫານຊາຍແດນແຂວງຄົ້ນຄວ້າ, ສະເໜີຮູບການ, ມາດຕະການເພື່ອຍົກສູງຄຸນນະພາບ, ປະສິດທິຜົນວຽກງານປ້ອງກັນຊາຍແດນແລະເພີ່ມທະວີວຽກງານພົວພັນຕ່າງປະເທດໃນສະພາບການໃໝ່. ຕາມນັ້ນ, ຮູບແບບແຮກສ່ຽວບ້ານຕໍ່ບ້ານຢູ່ສອງຟາກຊາຍແດນໄດ້ກຳເນີດຂຶ້ນ.

ຈາກຕົວແບບ “ບ້ານແຮກສ່ຽວ” ແຫ່ງທຳອິດທີ່ໄດ້ປະຕິບັດລະຫວ່າງບ້ານກາຕັງ, ຕົວເມືອງນ້ອຍລາວບາວ (ເມືອງເຮື໊ອງຮວ໊າ, ແຂວງກວາງຈິ) ແລະບ້ານແດນສະຫວັນ(ເມືອງເຊໂປນ, ແຂວງສະຫວັນນະເຂດ),ປັດຈຸບັນມີບ້ານແຮກສ່ຽວຫຼາຍແຫ່ງໄດ້ຈັດຕັ້ງລະຫວ່າງສອງຟາກຊາຍແດນລະຫວ່າງແຂວງກວາງຈິກັບ 2 ແຂວງສະຫວັນນະເຂດແລະສາລະວັນ.

ຫຼັງຈາກຫຼາຍປີທີ່ປະຕິບັດການແຮກສ່ຽວບ້ານຕໍ່ບ້ານຢູ່ສອງຟາກຊາຍແດນນັ້ນໄດ້ນຳມາປະສິດທິຜົນທີ່ແທດກັບຕົວຈິງ, ສ້າງການຫັນປ່ຽນອັນຕັ້ງໜ້າໃນຫຼາຍດ້ານ, ປະກອບສ່ວນປັບປຸງ, ເສີມຂະຫຍາຍສາຍພົວພັນສາມັກຄີ, ສະໜິດຕິດພັນແບບພິເສດໃຫ້ໝັ້ນຄົງທະນົງແກ່ນ; ຈາກການດຳເນີນຊີວິດບ້ານເມືອງຈົນຮອດການຊ່ວຍເຫຼືອພ້ອມກັນພັດທະນາເສດຖະກິດ, ສ້າງຄອບສ້າງຄົວໃຫ້ລູກເຕົ້າ, ແລກປ່ຽນວັດທະນະທຳ, ສິລະປະວັນນະຄະດີໄດ້ຮັບການຈັດຕັ້ງເປັນປະຈຳລະຫວ່າງສອງຟາກ.

Từ khóa
Tin liên quan
Tin khác