ເອກະລັກວັດທະນະທຳອັນເປັນມູນເຊື້ອຂອງປະຊາຊົນຊົນເຜົ່າສ່ວນໜ້ອຍເຂດຊາຍແດນຫວຽດນາມ - ລາວຢູ່ແຂວງກວາງຈິ
04:22 PM 08/01/2021 | Lượt xem: 2577 In bài viết |ປະຊາຊົນໃນສອງຊົນເຜົ່າບຣູ - ເວິນກ່ຽວ ແລະ ຕະໂອ້ຍ ເປັນສອງຊົນເຜົ່າໃນບັນດາຊົນເຜົ່າທີ່ມີຕົ້ນ ກຳເນີດມາແຕ່ດົນນານ ເຊິ່ງໄດ້ດຳລົງຊີວິດຢູ່ເຂດພູຫຼວງ - ໄຕງວຽນເວົ້າລວມ. ນີ້ແມ່ນສອງຊົນເຜົ່າທີ່ຂຶ້ນກັບ ພາກສ່ວນຊົນເຜົ່າສ່ວນໜ້ອຍຂອງແຂວງກວາງຈິ, ພັດພາອາໄສເຕົ້າໂຮມຢູ່ເຂດປ່າພູດອຍລຽບຕາມສາຍພູຫຼວງ ທີ່ໃຫຍ່ໂຕມະໂຫຖານ ເຊິ່ງຂຶ້ນກັບພື້ນທີ່ຂອງບັນດາເມືອງຄື: ດາກຣົງ, ເຮື໊ອງຮວ໊າ, ຫວິງລິງ, ຢໍລິງ ແລະ ກາມໂລ້.
ໃນຂະບວນວິວັດການຕໍ່ສູ້ເພື່ອການຢູ່ລອດ ແລະ ການພັດທະນາ, ຄົນຊົນເຜົ່າບຣູ - ເວິນກ່ຽວ ແລະ ຕະໂອ້ຍ ໄດ້ປະດິດສ້າງຂຶ້ນບັນດາຄຸນຄ່າວັດທະນະທຳອັນເປັນມູນເຊື້ອທີ່ມີສັນຍາລັກ ຂອງສະພາບແວດລ້ອມ ແຫ່ງການດຳລົງຊີວິດ, ປະກອບສ່ວນສ້າງເປັນຄວາມຫຼາກຫຼາຍດ້ານວັດທະນະທຳໃນວົງຄະນາຍາດ 54 ຊົນ ເຜົ່າອ້າຍນ້ອງເທິງປະເທດຫວຽດນາມ.
ວັດທະນະທຳຂອງຄົນຊົນເຜົ່າບຣູ - ເວິນກ່ຽວ ແລະ ຕະໂອ້ຍ ມີຂະບວນວິວັດການກໍາເນີດ ແລະ ຂະຫຍາຍຕົວພາຍໃນທີ່ຕິດພັນກັບປະຫວັດສາດການກໍາເນີດເກີດຂຶ້ນຂອງບັນດາເຜົ່າຊົນ. ຍ້ອນຄຸນລັກສະນະ ສະເພາະ ຂອງເງື່ອນໄຂການຢູ່ອາໄສ, ສະພາບເສດຖະກິດ, ສັງຄົມ ແລະ ບໍ່ຄ່ອຍມີການຕິດຕໍ່ພົວພັນກັບບັນ ດາປັດໄຈໃໝ່ໆ ຂອງວັດທະນະທໍາພາຍນອກ ຈິ່ງເຮັດໃຫ້ວັດທະນະທໍາຂອງບັນດາຊົນເຜົ່າສ່ວນໜ້ອຍຢູ່ແຂວງ ກວາງຈິ ຍັງສາມາດຮັກສາໄດ້ເອກະລັກສະເພາະທີ່ເຕັມດ້ວຍສີສັນຂອງເຜົ່າຊົນ.
ປັດຈຸບັນນີ້, ຄົນຊົນເຜົ່າບຣູ - ເວິນກ່ຽວ ຢູ່ກວາງຈິ ມີປະມານກວ່າ 55.000 ຄົນ, ຄົນຊົນເຜົ່າຕະໂອ້ຍ ມີປະມານ 12.000 ຄົນ. ເວລາໃດວົງຄະນາຍາດຊົນເຜົ່າບຣູ - ເວິນກ່ຽວ ແລະ ຕະໂອ້ຍ ກໍ່ມີມູນເຊື້ອສາມັກຄີ ໃນການສ້າງສາບ້ານເກີດເມືອງນອນ, ຈິດໜຶ່ງໃຈດຽວໄປຕາມພັກ ແລະ ລຸງໂຮ່, ມີຄວາມພາກພູມໃຈທີ່ໄດ້ຖື ເອົານາມສະກຸນ ໂຮ່ ເປັນນາມສະກຸນຂອງຕົນເອງ.
ຍ້ອນການດໍາລົງຊີວິດໃນພູມີປະເທດທີ່ເປັນເຂດພູດອຍທຸລະກັນດານ ຈິ່ງເຮັດໃຫ້ໂຄງປະກອບຂອງ ໝູ່ບ້ານຊົນເຜົ່າບຣູ - ເວິນກ່ຽວ ແລະ ຕະໂອ້ຍ ມີຄວາມແຕກຕ່າງກັບຊົນເຜົ່າອື່ນໆ. ພວກເຂົາດໍາລົງຊີວິດ ຕົ້ນຕໍແມ່ນຢູ່ຕາມສາຍນໍ້າ, ແມ່ນໍ້າລໍາເຊທີ່ຢູ່ລຽບຕາມຮ່ອມພູ ຫຼື ເນີນພູນ້ອຍ ແລະ ຕາມຕີນພູ; ດໍາລົງຊີວິດ ອາໄສຢູ່ຢ່າງກະແຈກກະຈາຍ ແລະ ໂດດດ່ຽວ, ການພັດພາອາໄສແບບກະແຈກກະຈາຍໄດ້ກາຍເປັນບ່ອນເຕົ້າ ໂຮມອາໄສຂອງປະຊາຊົນ, ດໍາລົງຊີວິດຢູ່ຫ່າງໄກກັນ ແລະ ມີຄວາມຫຍຸ້ງຍາກໃນການຕິດຕໍ່ພົວພັນກັນ.
ແຕ່ລະຊົນເຜົ່າມີລະດັບໃດໜຶ່ງທີ່ໄດ້ກໍາເນີດເປັນເຂດພັດພາອາໄສທີ່ກວ້າງ (ເມືອງ) ແລະ ແຄບ (ຕາແສງ) ສະເພາະຕ່າງຫາກ. ໃນຂະບວນວິວັດການດຳລົງຊີວິດ, ປະຊາຊົນຢູ່ຕາມເສັ້ນຊາຍແດນ ລະຫວ່າງ ແຂວງກວາງຈິ ຂອງສາທາລະນະລັດ ສັງຄົມນິຍົມຫວຽດນາມ ແລະ ສອງແຂວງ: ສາລະວັນ ແລະ ສະຫວັນ ນະເຂດ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມີການພົວພັນໃນການແລກປ່ຽນຊື້ - ຂາຍສິນ ຄ້າ, ພົວພັນຄ້າຂາຍ, ຍົກຍ້າຍຕັ້ງພູມລຳເນົາຕາມລຳພັງໃຈ, ໄດ້ກໍາເນີດເປັນເອກະລັກວັດທະນະທໍາສະເພາະ ທີ່ສະຫຼັບໃສ່ກັນໃນເຂດຊາຍແດນ.
ການກໍາເນີດເກີດຂຶ້ນຂອງໝູ່ບ້ານໃນຊົນເຜົ່າບຣູ - ເວິນກ່ຽວ ແລະ ຕະໂອ້ຍ ມັກຈະຖືກຄອບງໍາຈາກ ຫຼາຍປັດໄຈ: ຢູ່ໃກ້ແຫຼ່ງນໍ້າເພື່ອສະດວກໃນການດໍາລົງຊີວິດ; ສະດວກໃນການທໍາການຜະລິດໄຮ່ສວນ, ການ ລ່າສັດປ່າ, ເກັບເຄື່ອງປ່າຂອງດົງ; ຄວາມສາມາດໃນການສະໜອງເຊື້ອເຟີງ... ແລະ ໂດຍສະເພາະແມ່ນ ຄວາມເຫັນດີເຫັນພ້ອມຂອງເທວະດາຟ້າແຖນ. ເຖິງຢ່າງໃດກໍ່ຕາມ, ໃນບັນດາມາດຖານທົ່ວໄປເຫຼົ່ານັ້ນ, ບັນຫາການປ້ອງກັນຕົວເວລາໃດກໍ່ຕັ້ງຂຶ້ນໃນແຖວໜ້າຢູ່ສະເໝີ, ສິ່ງດັ່ງກ່າວນີ້ ໄດ້ສະແດງອອກຢ່າງຈະແຈ້ງ ໃນໂຄງປະກອບບ້ານດັ້ງເດີມ.
ສາມາດເວົ້າໄດ້ວ່າ ໝູ່ບ້ານຂອງຊົນເຜົ່າ ບຣູ - ເວິນກ່ຽວ, ຕະໂອ້ຍ ແມ່ນຮູບແບບເອກະລັກສະເພາະ ໃຫ້ແກ່ປະເພດ “ບ້ານປ້ອງກັນຕົວ”. ອີກດ້ານໜຶ່ງ, ໂດຍເລີ່ມຈາກບັນດາຄວາມຮຽກຮ້ອງຂອງເງື່ອນໄຂການ ດໍາລົງຊີວິດໃນເຂດພູຜາປ່າດົງທີ່ທຸລະກັນດານ, ການຄົງຕົວຢ່າງເອກະລາດ ລະຫວ່າງທໍາມະຊາດທີ່ຮົກເຮື້ອ ກໍ່ຄືການກໍານົດການມີໜ້າ ຂອງຕົນກ່ອນບັນດາວົງຄະນາຍາດໃນຊົນເຜົ່າດຽວກັນ ຫຼື ຊົນເຜົ່າອື່ນ ອາດຈະພາ ໄປເຖິງການທະທົບຕ້ອງກັນບໍ່ວ່າເວລາໃດໃນກົດເກດແຫ່ງການດໍາລົງຄົວຕົວຢູ່ລອດ, ບັງຄັບໃຫ້ຊົນເຜົ່າບຣູ - ເວິນກ່ຽວ, ຕະໂອ້ຍ ຕ້ອງມີການເລືອກເຟັ້ນ, ການປະພຶດທີ່ເໝາະສົມ. ໃນເງື່ອນໄຂດັ່ງກ່າວ, ຄຽງຄູ່ກັບການ ຢູ່ອາໄສເຕົ້າໂຮມ ແມ່ນຄວາມຕ້ອງການອັນຈໍາເປັນ ເຊິ່ງໄດ້ຕັ້ງຂຶ້ນມາວ່າ ຕ້ອງມີລະບຽບການທີ່ມີລັກສະນະ ວົງຄະນາຍາດທີ່ເປັນສັນຍາລັກໃຫ້ແກ່ການເຕົ້າໂຮມເຂົ້າເປັນໜຶ່ງ ທັງດ້ານວັດຖຸ ແລະ ຈິດໃຈ, ປັບປຸງຄວາມ ສາມັກຄີ, ສ້າງເປັນໝູ່ຄະນະທີ່ເຂັ້ມແຂງ, ໜັກແໜ້ນ, ເປັນຈິດໜຶ່ງເປັນດຽວ, ຊ່ວຍເຫຼືອເຊິ່ງກັນແລະກັນ, ອຸປະຖໍາຄໍ້າຊູໃນການຜະລິດ, ໃນການສູ້ຮົບ ກໍ່ຄືໃນການດໍາລົງຊີວິດປະຈຳວັນ.
ອາຈະເຫັນໄດ້ວ່າ, ໂຄງສ້າງໝູ່ບ້ານດັ້ງເດີມ ພ້ອມກັບບັນດາເອກະລັກສະເພາະຂອງແຕ່ລະຊົນເຜົ່າ ຈະເປັນສາຍເຫດ ແລະ ກໍ່ເປັນຜົນຕາມມາທໍາອິດໃນທ່ວງທີການປະພຶດ ຂອງວົງຄະນາຍາດ ຕໍ່ກັບສະພາບ ແວດລ້ອມທີ່ຢູ່ອາໄສ. ແລະຈາກປະສົບການ, ການປະພຶດ ຂອງແຕ່ລະບຸກຄົນ, ແຕ່ລະຫົວໜ່ວຍທີ່ຢູ່ອາໄສ ລະອຽດ ຈິ່ງສາມາດສະແດງອອກເປັນພູມປັນຍາຄວາມຮູ້ ຂອງກຸ່ມຊົນເຜົ່າໜຶ່ງ ຫຼື ຊົນເຜົ່າທັງໝົດ.