ສີສັນພິເສດຂອງວັດທະນະທຳຊົນເຜົ່າແຢຈຽງ ຢູ່ເຂດຊາຍແດນຫວຽດນາມ - ລາວ

04:07 PM 08/01/2021 |   Lượt xem: 1313 |   In bài viết | 

ລຽບຕາມເສັ້ນທາງໂຮ່ຈີມິນ ແຕ່ເໜືອລົງມາຫວິດແຂວງກວາງນາມ ຈະຮອດເທດສະບານເມືອງດາກໄລ, ແຂວງກອນຕຸມ ແມ່ນເລິ່ມຮອດເທດສະບານພັດພາອາໄສຂອງຄົນແຢຈຽງ. ແລ້ວສືບຕໍ່ລົງໄປທິດໃຕ້ລຽບໄປ ຕາມຊາຍແດນຫວຽດນາມ - ລາວ ຮອດເທດສະບານເມືອງຫງອກໂຮ່ຍ ພວກເຮົາຈະເຫັນບ້ານຂອງຄົນ ແຢຈຽງ ໄດ້ງ່າຍທີ່ນອນຢູ່ສອງຟາກທາງ ແລະ ເປີດກວ້າງໄປຮອດມໍ່ໆເຂດຊາຍແດນ.

ທ່ານ ອາເບ, ຢູ່ບ້ານດາກຣັງ, ຕາແສງດາກຢຸກ, ເມືອງຫງອກໂຮ່ຍ, ໃຫ້ຮູ້ວ່າ: “ໃນເມື່ອກ່ອນຊົນເຜົ່າແຢຈຽງ ໄດ້ຄະລຳຫຼາຍໆຢ່າງ, ຄົນຕາຍກໍ່ຄະລຳ, ຄອບຄົວໃດຖືກເຄາະຮ້າຍກໍ່ຄະລຳ. ຊ້ຳບໍ່ໜຳ, ຖ້າມີຄົນຈົມນ້ຳຕາຍ ແມ່ນມີພຽງແຕ່ຄົນໃນຄອບຄົວເອົາໄປຝັງເທົ່ານັ້ນ. ປັດຈຸບັນນີ້ແມ່ນໄດ້ລົບລ້າງໄປແລ້ວ, ກໍ່ຍ້ອນມີທະຫານເຂົ້າ ມາຫາປະຊາຊົນປຸກລະດົມຂົນຂວາຍຮອດດຽວນີ້ຈຶ່ງລົບລ້າງໄດ້”.

ນັບແຕ່ປີ 1991, ເວລາແຂວງກອນຕຸມ ໄດ້ຮັບການສ້າງຕັ້ງຄືນບົນພື້ນຖານແຍກອອກຈາກແຂວງຢາລາຍ - ກອນຕຸມ, ຊີວິດການເປັນຢູ່ຂອງຄົນແຢຈຽງ ນັບມື້ນັບມີການປ່ຽນແປງດີຂຶ້ນ. ບາດລ້ຽວທີສອງແມ່ນເວລາເສັ້ນ ທາງໂຮ່ຈີມິນ ໄດ້ລົງທຶນເຮັດສຳເລັດນັ້ນ ຊ່ວຍໃຫ້ແຂວງກອນຕຸມ ພົ້ນອອກຈາກທາງຕັນ ແລະ ສ້າງຄວາມສະ ດວກໃຫ້ແກ່ການພົວພັນການຄ້າຢູ່ເຂດທີ່ຄົນແຢຈຽງ ພັດພາອາໄສຢ່າງໃຫຍ່ຫຼວງທີ່ສຸດ. ດຽວນີ້ພີ່ນ້ອງປະຊາຊົນ ບໍ່ພຽງແຕ່ຮູ້ປູກມັນຕົ້ນ, ປູກເຂົ້າໄຮ່ເທົ່ານັ້ນ ຫາກຍັງໄດ້ມີຄວາມຊຳນິຊຳນານໃນການປູກເຂົ້ານາ, ໃນການປູກ, ດູແລຕົ້ນໄມ້ອຸດສາຫະກຳປະເພດຕ່າງໆທີ່ເປັນທ່າແຮງຂອງໄຕງວຽນ ເຊັ່ນຢາງພາລາ, ກາເຟ. ຄົນແຢຈຽງ ດຽວນີ້ກໍ່ບໍ່ຕ້ອງໄດ້ເປັນຫ່ວງວ່າ ຫາກໍກິນແລ້ວຄາບເຂົ້າເຊົ້າກໍ່ຕ້ອງເປັນຫ່ວງໃຫ້ຄາບເຂົ້າແລງເລີຍ, ເຮືອນຜູ້ໃດ ກໍ່ມີກິນມີໃຊ້ ມີໄວ້ມີເຫຼືອເພື່ອໄວ້ໃຫ້ເວລາເກີດໄພທຳມະຊາດການເກັບກ່ຽວບໍ່ໄດ້ຮັບຜົນດີ.

ພ້ອມກັບການພັດທະນາເສດຖະກິດຍົກສູງຊີວິດການເປັນຢູ່, ຄົນແຢຈຽງ ກໍ່ມີສະຕິໃນການອະນຸລັກ, ເສີມຂະ ຫຍາຍບັນດາຄຸນຄ່າວັດທະນະທຳອັນເປັນມູນເຊື້ອຂອງຊົນເຜົ່າຕົນເອງທີ່ສຸດ. ພ້ອມກັບການຊ່ວຍເຫຼືອຂອງ ອຳນາດການປົກຄອງ ແລະ ບັນດາອົງການຈັດຕັ້ງມະຫາຊົນທ້ອງຖິ່ນ, ບ້ານແຢຈຽງ ແຫ່ງໃດກໍ່ມີເຮືອນລວມ ແບບມູນເຊື້ອທີ່ເປັນບ່ອນດຳເນີນຊີວິດວົງຄະນະຍາດ. ມີຮີບຄອງ, ປະເພນີ ແລະ ບຸນງານອັນດີງາມຫຼາຍຢ່າງ ໄດ້ອະນຸລັກຮັກສາຢູ່ໃນຊີວິດປະຈຳວັນຂອງປະຊາຊົນເອງ.

ທ່ານ ເຢືອງຕົນບາວ, ແມ່ນນັກຄົ້ນຄວ້າວັດທະນະທຳພື້ນເມືອງໄຕງວຽນຜູ້ໜຶ່ງ, ໃຫ້ຮູ້ວ່າ: ໃນການດຳເນີນຊີວິດ ວັດທະນະທຳຂອງພໍ່ແມ່ປະຊາຊົນໆເຜົ່າແຢຈຽງ ຍັງຮັກສາຮີດຄອງປະເພນີ, ບຸນງານອັນດີງາມໄດ້ຫຼາຍທີ່ສຸດ. ເປັນຕົວແທນດ້ານເຄື່ອງດົນຕີອັນເປັນມູນເຊື້ອນັ້ນແມ່ນຂຸ່ຍດິງຕຸດ ເປັນວົງດົນຕີໜຶ່ງມີຜູ້ຊາຍ 6 ຄົນທີ່ນຸ່ງເຄື່ອງ ຜູ້ຍິງເວລາສະແດງເປົ່າຂຸ່ຍມີສີສັນເປັນເອກະລັກສະເພາະທີ່ສຸດ.

ດ້ານບຸນງານກໍ່ຄືກັນກັບຫຼາຍຊົນເຜົ່າສ່ວນໜ້ອຍອື່ນໆຢູ່ໄຕງວຽນ, ຄົນແຢຈຽງ ມີບຸນສະຫຼອງເຂົ້າໃໝ່ ແລ້ວມີ ບຸນຂຶ້ນເຮືອນລວມໃໝ່, ງານເປົ່າຫູໃນຮອບຊີວິດຂອງເດັກເກີດໃໝ່ເມື່ອເຕີບໃຫຍ່. ນັ້ນແມ່ນບັນດາອັນດີງາມຢູ່ ໃນຮີດຄອງປະເພນີຂອງພໍ່ແມ່ປະຊາຊົນແຢຈຽງ ຊຶ່ງປັດຈຸບັນນີ້ພໍ່ແມ່ປະຊາຊົນຍັງປົກປັກຮັກສາ ແລະ ເສີມຂະ ຫຍາຍຢູ່ໃນການດຳລົງຊີວິດປະຈຳວັນໄດ້ດີທີ່ສຸດ.

Từ khóa
Tin liên quan
Tin khác