ມິດຕະພາບຫວຽດ - ລາວຈະໝັ້ນຄົງຂະໜົງແກ່ນກວ່າພູຜາ, ກວ່າແມ່ນ້ຳ

04:28 PM 08/01/2021 |   Lượt xem: 2714 |   In bài viết | 

ຂ້າພະເຈົ້າຮຽນພາສາຫວຽດຢູ່ມະຫາວິທະຍາໄລສ້າງຄູ, ມະຫາວິທະຍາໄລທ໊າຍງວຽນ ມາໄດ້ເກືອບ 1 ປີ. ປັດຈຸບັນຂ້າພະເຈົ້າກຳລັງເປັນນັກສຶກສາຮຽນປະລິນຍາໂທຂະແໜງເລກສັງຄະນິດ. ຈື່ໄດ້ວ່າໃນຊຸມວັນທຳອິດ, ຂ້າພະເຈົ້າຄືດັ່ງເດັກນ້ອຍຜູ້ໜຶ່ງທີ່ງົງງວຍຕໍ່ຊີວິດໃໝ່ມີຫຼາຍສິ່ງຜິດແປກ, ເວລາຫາກໍມາຫວຽດນາມ, ຂ້າພະເຈົ້າ ຕ້ອງຜ່ານຜ່າສິ່ງຫຍຸ້ງຍາກອັນບໍ່ໜ້ອຍໃນການຮ່ຳຮຽນ, ກໍ່ຄືໃນການດຳລົງຊີວິດ; ພິເສດແມ່ນບັນດາສິ່ງກີດ ຂວາງດ້ານພາສາ. ແຕ່ກໍ່ບໍ່ຮູ້ວ່ານັບແຕ່ເວລາໃດມາ, ຂ້າພະເຈົ້າໄດ້ຮັກມັກພາສາຫວຽດເໝືອນດັ່ງເລືອດເນື້ອ ຂອງຕົວເອງ.

ຊອກຮູ້ກ່ຽວກັບປະຫວັດສາດ, ປະເທດ, ຄົນ ແລະ ວັດທະນະທຳຫວຽດນາມ, ຂ້າພະເຈົ້າເຂົ້າໃຈສາຍພົວພັນ ພິເສດຂອງສອງປະເທດຫວຽດນາມ - ລາວໄດ້ຈະແຈ້ງກວ່າ. ທັງສອງຊາດໄດ້ຜ່ານຜ່າບັນດາຄວາມເຈັບແສບ, ເສຍຫາຍໃນສົງຄາມນຳກັນ; ເຄີຍໄດ້ສ້າງອະພິນິຫານເສັ້ນທາງສາຍພູຫຼວງປະຫວັດສາດຂຶ້ນມາ ເພື່ອກ້າວໄປ ເຖິງມະຫາໄຊໃນລະດູບານໃໝ່ປີ 1975. ແລະກໍ່ຫາຍາກທີ່ຈະມີປະເທດໃດໄດ້ສົ່ງນັກຮົບອາສາສະໝັກເປັນ ຫຼາຍສິບພັນຄົນເຂົ້າຮ່ວມການຕໍ່ສູ້ປົດປ່ອຍຊາດຂອງປະເທດໃກ້ຄຽງຄືປະເທດຫວຽດນາມ. ປະຊາຊົນຫວຽດ ນາມໄດ້ເສຍສະຫຼະເລືອດເນື້ອ ເພື່ອຊ່ວຍເຫຼືອປະຊາຊົນລາວ. ເປັນຂີດໝາຍເລີດລ້ຳອັນໜຶ່ງໃນສາຍພົວພັນມິດ ຕະພາບແບບພິເສດລະຫວ່າງສອງພັກ, ສອງປະເທດ, ສອງຊາດຫວຽດນາມ - ລາວ ນັ້ນແມ່ນສັນຍາເຊີແນວ ກ່ຽວກັບລາວ ປີ 1962. ສາຍພົວພັນດັ່ງກ່າວອີກເທື່ອໜຶ່ງໄດ້ຢັ້ງຢືນຄືນດ້ວຍສົນທິສັນຍາມິດຕະພາບ ແລະ ການຮ່ວມມືຫວຽດ - ລາວ ປີ 1977. ຮັດແໜ້ນສາຍພົວພັນມິດຕະພາບຫວຽດນາມ - ລາວກວ່າອີກ, ປີ 1980 ສອງປະເທດໄດ້ສ້າງຕັ້ງຄະນະກຳມະທິການຮ່ວມມືລາວ - ຫວຽດນາມຂຶ້ນເປັນທາງການ. ຈາກບັນດາຜູ້ ເປັນເພື່ອນສູ້ຮົບທີ່ແບ່ງທຸກແບ່ງສຸກນຳກັນ, ຮ່ວມທຸກຮ່ວມສຸກນຳກັນ, ທັງສອງຊາດໄດ້ພ້ອມກັນແຕ່ງບັນດາບົດ ເພງອະມະຕະເຊັ່ນສາມຊຳເໜືອ, ອ້າຍອາສາສະໝັກກັບບົດເພງລຳເຕີຍ ຫຼື ໂອດວງຈຳປາ… ຄວາມຮັກແພງ ແລະ ຄວາມສະໜິດຕິດແໜ້ນດັ່ງກ່າວໄດ້ອາບເອີບ ແລະ ແຜ່ກະຈາຍແບບທຳມະຊາດລະຫວ່າງສອງຊາດ.

ສາຍພົວພັນຮ່ວມມືຫວຽດນາມ - ລາວ ບໍ່ພຽງແຕ່ໄດ້ສະແດງອອກຢູ່ໃນຂົງເຂດການເມືອງເທົ່ານັ້ນ, ຫາກຍັງໄດ້ ຊຸກຍູ້ໃນຂົງເຂດເສດຖະກິດ, ວັດທະນະທຳອີກດ້ວຍ. ຖ້າໃຜໄດ້ໄປລາວ ກໍ່ຈະເຫັນຫໍພິພິດຕະພັນປະທານ ໄກສອນ ພົມວິຫານ, ສູນສຳເນົາຮູບເງົາ ແລະ ຮູບພາບເໜັງແຫ່ງຊາດລາວ - ນັ້ນແມ່ນສອງໂຄງການວັດທະ ນະທຳເປັນສັນຍະລັກໃຫ້ແກ່ການຊ່ວຍເຫຼືອຂອງຫວຽດນາມ. ປັດຈຸບັນ, ຫວຽດນາມແມ່ນໜຶ່ງໃນບັນດາປະເທດ ໃນແຖວໜ້າທີ່ມີການລົງທຶນເສດຖະກິດຢູ່ລາວ. ສະເພາະແຕ່ປີ 2019, ໄດ້ມີກວ່າ 400 ໂຄງການດ້ວຍມູນຄ່າ ລົງທຶນທັງໝົດເຖິງກວ່າ 4 ຕື້ໂດລາສະຫະລັດ - ຕົວເລກໜຶ່ງທີ່ເປັນໜ້າປະທັບໃຈຫຼາຍ. ການຮ່ວມມືລະຫວ່າງ ສອງປະເທດນັບມື້ນັບເຂົ້າສູ່ລວງເລິກ, ສ້າງພື້ນຖານອັນໝັ້ນແກ່ນໃຫ້ແກ່ບັນດາເປົ້າໝາຍໃໝ່, ພ້ອມກັນເຊື່ອມ ໂຍງ ແລະ ພັດທະນາ.

ການຮ່ວມມືນີ້ເວລາໃດກໍ່ໄດ້ມີໜ້າຢູ່ໃນການເດີນທາງປະຫວັດສາດ ແລະ ແນ່ນອນຈະໄດ້ຮັກສາ, ພ້ອມກັນພັດ ທະນາກ້າວໜ້າ; ເປີດອອກບັນດາໂອກາດ ແລະ ຜົນປະໂຫຍດໃຫ້ແກ່ສອງປະເທດ, ກະທົບຕໍ່ພາກພື້ນ ແລະ ໂລກຢ່າງຕັ້ງໜ້າ.

ເສີມຂະຫຍາຍມູນເຊື້ອມິດຕະພາບຫວຽດນາມ - ລາວ, ໃນສະພາບການເຊື່ອມໂຍງສາກົນ, ລະຫວ່າງສອງປະ ເທດໄດ້ມີບັນດາສາຍພົວພັນຮ່ວມມື, ພັດທະນາຮອບດ້ານໃນທຸກຂົງເຂດ, ພິເສດແມ່ນໃນຂົງເຂດສຶກສາ. ເປັນ ຄູອາຈານລາວຜູ້ໜຶ່ງ, ເວລາມາຮ່ຳຮຽນຢູ່ໂຮງຮຽນມະຫາວິທະຍາໄລສ້າງຄູ - ມະຫາວິທະຍາໄລທ໊າຍງວຽນ, ຂ້າພະເຈົ້າໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງຈະແຈ້ງວ່າ ນີ້ແມ່ນສະຖານທີ່ສຶກສາມະຫາວິທະຍາໄລທີ່ໄດ້ກໍ່ສ້າງໃຫ້ປະ ເທດພວກຂ້າພະເຈົ້າຄູສອນຊັ້ນອະນຸບານ 10 ຄົນທຳອິດທີ່ມີລະດັບປະລິນຍາຕີ. ພິເສດ, ໃນຊຸມປີຜ່ານມາ, ຂ້າມຜ່ານໄລຍະຫ່າງດ້ານເທສະພູມສາດ, ໂຮງຮຽນມະຫາວິທະຍາໄລສ້າງຄູ - ມະຫາວິທະຍາໄລທ໊າຍງວຽນ ໄດ້ ແຕ່ງຕັ້ງບັນດາຄູອາຈານໄປຊ່ວຍບັນດາໂຮງຮຽນສ້າງຄູຂອງລາວ ສ້າງຫຼັກສູດກໍ່ສ້າງຄູສອນຊັ້ນອະນຸບານ ແລະ ຊັ້ນປະຖົມ. ຊອກຮູ້ກ່ຽວກັບໂຮງຮຽນ, ຂ້າພະເຈົ້າໄດ້ຮູ້ວ່າ, ປັດຈຸບັນ, ໂຮງຮຽນມະຫາວິທະຍາໄລສ້າງຄູ - ມະຫາວິທະຍາໄລທ໊າຍງວຽນ ເປັນສະຖານທີ່ສຶກສາທີ່ມີອິດທິພົນທີ່ສຸດ.

ໄດ້ຮ່ຳຮຽນຢູ່ຫວຽດນາມ ໃນສະພາບແວດລ້ອມການສຶກສາປະກອບດ້ວຍຄູອາຈານທີ່ເກັ່ງ, ສຸດອົກສຸດໃຈ, ເງື່ອນໄຂການຮ່ຳຮຽນ, ຄົ້ນຄວ້າທີ່ດີ, ຂ້າພະເຈົ້າໄດ້ຮັບການຖ່າຍທອດຄວາມຮັກມັກ, ຄວາມຟົດຟື້ນຕື່ມ. ມາ ຫວຽດນາມຮ່ຳຮຽນ, ຂ້າພະເຈົ້າມີຄວາມຫວັງວ່າຈະໄດ້ພັດທະນາຄວາມສາມາດຂອງຕົນເອງ. ຂ້າພະເຈົ້າກະ ໂຫຍທີ່ຈະໄດ້ຄົ້ນພົບ, ຊອກຫາບັນດາຄຸນຄ່າພູມປັນຍາ ແລະ ບັນດາຄຸນຄ່າມະນຸດສະທຳ. ຂ້າພະເຈົ້າຫວັງວ່າ ຈະໄດ້ສືບຕໍ່ຮຽນສູງກວ່າອີກຢູ່ຫວຽດນາມ.

ສາຍພົວພັນມິດຕະພາບອັນບໍລິສຸດຜຸດຜ່ອງສະໜິດຕິດແໜ້ນລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດຫວຽດນາມ - ລາວ ຈະສວຍສົດງົດງາມ, ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ, ປະກອບສ່ວນເຂົ້າໃນ ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດສັງຄົມນິຍົມຢູ່ແຕ່ລະປະເທດຢ່າງຕັ້ງໜ້າ. ຄົນຮຸ່ນພວກ ຂ້າພະເຈົ້າແມ່ນບັນດາຜູ້ທີ່ໄດ້ສືບທອດໝາກຜົນຂອງສາຍພົວພັນອັນດີງາມນີ້, ສະໝັກໃຈຈະພະຍາຍາມຮ່ຳຮຽນ ໃຫ້ດີທີ່ສຸດ ເພື່ອຕໍ່ໜ້ານີ້ຈະໄດ້ປະກອບເຫື່ອແຮງໃຫ້ແກ່ພາລະກິດພັດທະນາການສຶກສາຂອງລາວ, ປະກອບ ສ່ວນເພີ່ມພູນຄູນສ້າງສາຍພົວພັນສາມັກຄີມິດຕະພາບລະຫວ່າງສອງປະເທດອ້າຍນ້ອງຄືດັ່ງປະທານ ໄກສອນ ພົມວິຫານ ເຄີຍໄດ້ຢັ້ງຢືນ: “ເຖິງວ່າພູຈະຖືກເຊາະເຈື່ອນ, ແມ່ນ້ຳລຳເຊຈະເຫືອດແຫ້ງ, ແຕ່ຄວາມຮັກແພງ ລາວ - ຫວຽດນາມ ຈະໝັ້ນຄົງຂະໜົງແກ່ນກວ່າພູຜາ, ກວ່າແມ່ນນ້ຳ”…

Từ khóa
Tin liên quan
Tin khác