ຫວຽດນາມ - ລາວ: ສືບຕໍ່ສາມັກຄີກັນ ເພື່ອສ້າງຊາຍແດນໃຫ້ມີຄວາມສະຫງົບສຸກ, ຈະເລີນຮຸ່ງເຮືອງ

04:17 PM 08/01/2021 |   Lượt xem: 505 |   In bài viết | 

ປະຫວັດສາດແຫ່ງການຂະຫຍາຍຕົວ ກໍໄດ້ຮອງຮັບຫຼາຍເທື່ອກ່ຽວກັບການຄຽງບ່າຄຽງໄຫຼ່ຕ້ານສັດຕູ ຜູ້ຮຸກຮານຂອງປະຊາຊົນສອງຊາດ, ເຂດຊາຍແດນ ລາວ - ຫວຽດນາມ ໄດ້ກາຍເປັນບ່ອນຈາລຶກໄວ້ເລື່ອງ ຮັກແພງອົບອຸ່ນຕ່າງໆ, ບັນດາວິລະກຳດັງກ້ອງກັງວານຂອງທະຫານ ແລະ ປະຊາຊົນສອງຊາດ. ພິເສດ, ໃນ ປີ 1959, ເມື່ອກຳລັງຕຳຫຼວດປະຊາຊົນປະກອບອາວຸດ, ປັດຈຸບັນນີ້ ແມ່ນທະຫານປ້ອງກັນຊາຍແດນໄດ້ຮັບ ການສ້າງຕັ້ງ, ພະນັກງານນັກຮົບທະຫານລຸ້ນຕ່າງໆ ໄດ້ມີຄວາມຕິດພັນກັບພາລະກຳ ຂອງປະເທດຊາດໃນ ເຂດຊາຍແດນ, ໄດ້ເພີ່ມພູນຄູນສ້າງໃຫ້ແກ່ມິດຕະພາບລະຫວ່າງສອງປະເທດ, ສອງຊົນຊາດຢ່າງໝົດຈິດ ໝົດໃຈ, ສະແດງອອກດ້ວຍບັນດາວິລະກຳໃນເຂດຊາຍແດນ ແລະ ການສະໜັບສະໜູນ, ຊ່ວຍເຫຼືອຂອງ ກຳລັງປະກອບອາວຸດຂອງລາວ ແລະ ປະຊາຊົນລາວບັນດາຊົນເຜົ່າອ້າຍນ້ອງຢ່າງມີຊີວິດຊີວາ.

ເສັ້ນຊາຍແດນ ຫວຽດນາມ - ລາວ ກໍແມ່ນແບບຢ່າງໃນການເຄື່ອນໄຫວຮ່ວມມືສາກົນຂອງທະຫານ ປ້ອງກັນຊາຍແດນ ຫວຽດນາມໃນການຄຸ້ມຄອງ, ປ້ອງກັນຊາຍແດນ ແລະ ຕໍ່ສູ້ສະກັດກັ້ນ, ຕ້ານອາດຊະຍາ ກຳ. ກອງບັນຊາການທະຫານປ້ອງກັນຊາຍແດນບັນດາແຂວງ ໄດ້ເປັນເຈົ້າການໃນການປະສານງານກັບ ກຳລັງທີ່ກ່ຽວຂ້ອງຂອງລາວ ຈັດບັນດາກິດຈະກຳກໍ່ສ້າງ, ຝຶກອົບຮົມວິຊາສະເພາະ, ແລກປ່ຽນບົດຮຽນ, ເຝິກ ຊ້ອມການສະກັດກັ້ນ, ຕ້ານອາດຊະຍາກຳປະເພດຕ່າງໆ ແລະ ປະສານງານໃນການຈັບ, ທຳລາຍສາຍອາດ ຊະຍາກຳທີ່ອັນຕະລາຍຢ່າງຫຼວງຫຼາຍ. ໃນສະໜາມຮົບແຫ່ງນີ້, ກຳລັງປ້ອງກັນຊາຍແດນສອງຊາດ ຫວຽດ ນາມ - ລາວຍາມໃດກໍຄືອ້າຍນ້ອງຢູ່ໃນຄອບຄົວດຽວກັນຢ່າງແທ້ຈິງ, ພ້ອມກັນປະເຊີນໜ້າກັບສັດຕູ ເພື່ອ ທຳລາຍສາຍ, ກຸ່ມອາດຊະຍາກຳຂ້າມຊາດເປັນຫຼາຍຮ້ອຍກຸ່ມ, ຢຶດຢາເສບຕິດເປັນຫຼາຍພັນແທ່ງ, ຢາຝິ່ນ, ກັນ ຊາເປັນຫຼາຍພັນຕົນ ແລະ ຢາບ້າເປັນຫຼາຍລ້ານເມັດ ແລະ ອື່ນໆ.

ຄຽງຄູ່ກັບການປະສານງານໃນການສືບສວນສອບສວນ, ຕໍ່ສູ້ມ້າງຄະດີ, ທະຫານປ້ອງກັນຊາຍແດນ ຫວຽດນາມ ກໍໄດ້ພ້ອມກັບກຳລັງປ້ອງກັນຊາຍແດນທີ່ກ່ຽວຂ້ອງຂອງລາວຍູ້ແຮງກິດຈະກຳສ້າງສັນ, ພົບປະ ແລກປ່ຽນຕ່າງໆ, ຈັດຕັ້ງການແຮກສ່ຽວໃຫ້ຈຳນວນ 60 ຄູ່ “ຄ້າຍ - ປ້ອມ - ກອງພັນມິດຕະພາບ” ລະຫວ່າງ ບັນດາຫົວໜ່ວຍປ້ອງກັນຊາຍແດນ, ຈັດການລາດຕະເວນກວດການສອງຝ່າຍ, ລາດຕະເວນກວດການຮ່ວມ ຂະແໜງການ ແລະ ປະຕິບັດການປະສານງານໃນວຽກງານຕໍ່ສູ້ສະກັດກັ້ນ ແລະ ຕ້ານອາດຊະຍາກຳທີ່ແຊກ ຊຶມຄວາມສະຫງົບເຂດຊາຍແດນປະເພດຕ່າງໆ ແລະ ຕ້ອນການອົບພະຍົບແບບເສລີໄດ້ເປັນຢ່າງດີ. ໂດຍມີ ແຜນການແຊກຊຶມຊາຍແດນເປັນຫຼາຍສິບແຜນການຂອງພວກປະຕິການພັດຖິ່ນຫຼາຍກຸ່ມທີ່ແນໃສ່ທຳລາຍການ ປະຕິວັດ ເຊິ່ງຖືກປະຊາຊົນ ແລະ ກຳລັງປ້ອງກັນຊາຍແດນຂອງສອງປະເທດກວດພົບ ແລະ ສະກັດກັ້ນ. ສະພາບການອົບພະຍົບແບບເສລີ, ສ້າງຄອບຄົວບໍ່ຖືກຕ້ອງຕາມກົດໝາຍ, ລ່າສັດປ່າ, ຖາງປາ...ກໍຖືກຈຳກັດ, ຮັກສາສະພາບຄວາມສະຫງົບຢູ່ເຂດຊາຍແດນໃຫ້ມີຄວາມໝັ້ນຄົງ.

ຢູ່ດ່ານທີ່ຕາມເສັ້ນຊາຍແດນ ຫວຽດນາມ - ລາວຈຳນວນ 34 ແຫ່ງ, ການປະຕິບັດ “ສັນຍາວ່າດ້ວຍ ກົດລະບຽບຊາຍແດນລະຫວ່າງປະເທດ” ທີ່ໄດ້ລົງລາຍເຊັນລະຫວ່າງ ລາວ ແລະ ຫວຽດນາມ ໄດ້ອົງການທີ່ ກ່ຽວຂ້ອງຕ່າງໆ ຂອງສອງປະເທດປະຕິບັດຢ່າງເຂັ້ມງວດ. ລະບຽບການທາງບໍລິຫານກ່ຽວກັບການເຂົ້າ-ອອກ ເມືອງໄດ້ຮັບການປັບປຸງດ້ວຍຫຼາຍຮູບຕົວແບບຄຸ້ມຄອງໃໝ່, ໄດ້ເສີມຂະຫຍາຍລັກສະນະດີເລີດໃນພຶດຕິກຳ ຕົວຈິງຢ່າງຂາດຂັ້ນ. ບັນດານະໂຍບາຍການຄ້າຊາຍແດນລວມໄດ້ມີຄວາມໄຫວພິບພໍສົມຄວນ ແລະ ສອດ ຄ່ອງກັບແຕ່ລະທ້ອງຖິ່ນ, ໄດ້ກະຕຸກຊຸກຍູ້ການເຄື່ອນໄຫວການຄ້າລະຫວ່າງສອງປະເທດຍາມໃດກໍບັນລຸໄດ້ວົງ ເງິນສູງກ່ວາໜຶ່ງຕື້ໂດລາສະຫະລັດຕໍ່ປີ.

ພ້ອມກັບບັນດາການເຄື່ອນໄຫວປະສານງານໃນການສ້າງ, ຄຸ້ມຄອງ ແລະ ປ້ອງກັນຊາຍແດນຢ່າງມີ ປະສິດທິຜົນ, ທະຫານປ້ອງກັນຊາຍແດນ ຫວຽດນາມ ກໍໄດ້ປະກອບສ່ວນເຂົ້າໃນການກໍ່ສ້າງຖັນແຖວພະນັກ ງານປ້ອງກັນຊາຍແດນໃຫ້ແກ່ກຳລັງປ້ອງກັນຊາຍແດນຂອງລາວ. ພ້ອມດຽວກັນນັ້ນ, ທັງສົ່ງພະນັກງານ, ຊ່ຽວ ຊານໄປຝຶກອົບຮົມ, ແລກປ່ຽນບົດຮຽນ, ທັງເປີດຊຸດກໍ່ສ້າງພະນັກງານປ້ອງກັນຊາຍແດນ; ແຕ່ລະປີ, ໄດ້ເປີດ ບັນດາຊຸດກໍ່ສ້າງໄລຍະຍາວໃຫ້ແກ່ກຳລັງທະຫານປ້ອງກັນຊາຍແດນຂອງລາວຢູ່ໃນລະບົບສະຖາບັນ, ໂຮງຮຽນ ຂອງທະຫານປ້ອງກັນຊາຍແດນ.

ໃນທ່າອ່ຽງແຫ່ງການເຊື່ອມໂຍງ ແລະ ພັດທະນາ, ເຂດຊາຍແດນລະຫວ່າງສອງປະເທດກຳລັງໄດ້ ຮັບຄວາມເອົາໃຈໃສ່ໃນການລົງທຶນກ່ຽວກັບພື້ນຖານໂຄງລ່າງຢ່າງຄົບຊຸດ ກໍຄືປັບປຸງພື້ນຖານດ້ານການເມືອງ, ພັດທະນາດ້ານເສດຖະກິດ - ວັດທະນະທຳ - ສັງຄົມ. ພາຍໃຕ້ການນຳພາ, ຊີ້ນຳຂອງສອງພັກ, ສອງລັດ ຖະບານ, ຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນບັນດາແຂວງຊາຍແດນ, ທະຫານປ້ອງກັນຊາຍ ແດນ ຫວຽດນາມ ແລະ ກຳລັງປ້ອງກັນຊາຍແດນລາວ ມີບົດບາດອັນຫຼັກແຫຼ່ງໃນການເຮັດໃຫ້ເຂດຊາຍແດນ ເຊື່ອມໂຍງກັບຂະບວນວິວັດແຫ່ງການພັດທະນາລວມຂອງສອງປະເທດ. ການຜະລິດຄ້າຂາຍສິນຄ້າ, ແລກ ປ່ຽນຮ່ຳຮຽນລະຫວ່າງທະຫານ ແລະ ປະຊາຊົນສອງເບື້ອງຊາຍແດນນັບມື້ນັບເລິກເຊິ່ງກ້ວາງຂວາງ. ໃບໜ້າ ຊົນນະບົດໃນເຂດຊາຍແດນຕ່າງໆ ຂອງລາວ ແລະ ຫວຽດນາມ ໄດ້ຮັບການປ່ຽນແປງໃນແຕ່ລະມື້, ໄດ້ກໍ່ ຮ່າງສ້າງຕົວບັນດາຕົວເມືອງເຂດຊາຍແດນທີ່ກ້ວາງຂວາງ, ງາມຕາ, ທັນສະໄໝເທື່ອລະກ້າວ.

ໂດຍຜ່ານໄລຍະເກືອບໜຶ່ງສະຕະວັດແຫ່ງຄວາມສາມັກຄີສະໜິດຕິດແໜ້ນ, 57 ປີແຫ່ງການສ້າງຕັ້ງ ສາຍພົວພັນການທູດ ແລະ 44 ປີແຫ່ງການເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານ, ພວກ ເຮົາລ້ວນແຕ່ມີຄວາມເຊື່ອໝັ້ນວ່າ: ຄວາມຮັກແພງ ຫວຽດນາມ - ລາວຈະນັບມື້ນັບເລິກເຊິ່ງ, ສະໜິດຕິດ ແໜ້ນກ່ວາເກົ່າ ໂດຍສະແດງອອກໃນການພັດທະນາແຕ່ລະມື້ຂອງສອງປະເທດຢູ່ໃນໄລຍະເຊື່ອມໂຍງ. ເຖິງ ແມ່ນວ່າ ຊາຍແດນທຳມະຊາດທີ່ຈັບໃຈທີສຸດ ແຕ່ສອງປະເທດ, ສອງຊົນຊາດໄດ້ ແລະ ກຳລັງສືບຕໍ່ແບ່ງທຸກ ແບ່ງສຸກ ເພື່ອຄວາມຮັກແພງຕະຫຼອດກາລະນານ, ບໍ່ແບ່ງແຍກເຂດຊາຍແດນ, ສືບຕໍ່ສະໜິດຕິດແໜ້ນ, ສາມັກຄີກັນ, ພ້ອມກັນສ້າງສາປະເທດຊາດໃຫ້ນັບມື້ນັບມີການພັດທະນາຈະເລີນຮຸ່ງເຮືອງ ແລະ ມີຄວາມ ວັດຖະນາຖາວອນ.

Từ khóa
Tin liên quan
Tin khác