ເຫງະອານ: ປະຕິບັດວຽກງານນຳພາ, ຊີ້ນຳກ່ຽວກັບການສ້າງຜູ້ຊົງຄຸນວຸດທິໃນປະຊາຊົນ ຊົນເຜົ່າສ່ວນໜ້ອຍຕາມເສັ້ນຊາຍແດນຫວຽດນາມ - ລາວ ໄດ້ເປັນຢ່າງດີ

04:12 PM 08/01/2021 |   Lượt xem: 938 |   In bài viết | 

ແຂວງເງະອານ ມີເສັ້ນຊາຍແດນຍາວ 468,281 ກິໂລແມັດຕິດກັບ 3 ແຂວງເຊັ່ນ: ຫົວພັນ, ຊຽງ ຂວາງ, ບໍລິຄຳໄຊ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ເຂດຊາຍແດນແຂວງເຫງະອານ, ມີ 329 ບ້ານທີ່ຂຶ້ນກັບ 27 ຕາແສງເຂດຊາຍແດນ; ເຂດຊາຍແດນຂອງ 3 ແຂວງຄື: ຫົວພັນ, ຊຽງຂວາງ, ບໍລິຄຳໄຊ ມີ 119 ບ້ານທີ່ຂຶ້ນກັບ 16 ກຸ່ມບ້ານ. ປະຊາຊົນສອງເບື້ອງຊາຍແດນສ່ວນຫຼາຍແມ່ນປະຊາຊົນ ຊົນເຜົ່າສ່ວນໜ້ອຍ, ມີສາຍພົວພັນຊົນເຜົ່າ, ຕະກຸນ, ເຊື້ອສາຍມາແຕ່ດົນນານ ຈິ່ງມີການໄປມາຢ້ຽມຢາມ, ແລກປ່ຽນສິນຄ້າຢ່າງເປັນປະຈຳ; ຊີວິດການເປັນຢູ່ຂອງປະຊາຊົນສອງເບື້ອງຊາຍແດນຍັງພົບຄວາມຫຍຸ້ງຍາກ ຫຼາຍ, ລະດັບຄວາມຮູ້ຂອງປະຊາຊົນບໍ່ສະໝ່ຳສະເໝີກັນ, ຄວາມຮັບຮູ້ຂອງປະຊາຊົນກ່ຽວກັບປະເທດ, ຫຼັກ ໝາຍຊາຍແດນລະຫວ່າງປະເທດຍັງມີຈຳກັດ, ຮີດຄອງປະເພນີທີ່ຫຼ້າຫຼັງຈຳນວນໜຶ່ງຍັງບໍ່ທັນໄດ້ລົບລ້າງ; ສະ ພາບການລ່ວງລະເມີດກົດລະບຽບຊາຍແດນຍັງໄດ້ເກີດຂຶ້ນ.

ໃນວຽກງານຊີ້ນຳ, ສ້າງຖັນແຖວຜູ້ຊົງຄຸນວຸດທິ ກໍຄືຜັນຂະຫຍາຍປະຕິບັດນະໂຍບາຍຕ່າງໆ ຕໍ່ຜູ້ຊົງ ຄຸນວຸດທິໃນປະຊາຊົນຊົນເຜົ່າສ່ວນໜ້ອຍເວົ້າລວມ ແລະ ເວົ້າສະເພາະແມ່ນປະຊາຊົນຊົນເຜົ່າສ່ວນໜ້ອຍທີ່ ດຳລົງຊີວິດຢູ່ເຂດຊາຍແດນຕິດກັບປະເທດລາວ, ແຕ່ລະປີອົງຄະນະພັກ, ອຳນາດການປົກຄອງແຂວງ ເຫງະ ອານ ໄດ້ມີການກວດຄືນ, ປ່ຽນແທນ, ປະກອບເພີ່ມເຕີມຜູ້ຊົງຄຸນວຸດທິຕາມຂັ້ນຕອນແນະນຳຢ່າງແໜ້ນແຟ້ນ, ສົມເປັນຜູ້ຊົງຄຸນວຸດທິທີ່ໄດ້ປະຊາຊົນຄັດເລືອກຢ່າງແທ້ຈິງ; ປະຕິບັດນະໂຍບາຍຕໍ່ຜູ້ຊົງຄຸນວຸດທິຢ່າງຄົບຖ້ວນ ແລະ ທັນການ, ສ້າງເງື່ອນໄຂໃຫ້ຜູ້ຊົງຄຸນວຸດທິເສີມຂະຫຍາຍບົດບາດຂອງຕົນໃນການໄກ່ເກ່ຍຢູ່ຮາກຖານ, ໃນການໂຄສະນາປຸກລະດົມໃຫ້ເປັນຢ່າງດີ ແລະ ອື່ນໆ. ພິເສດແມ່ນຜູ້ຊົງຄຸນວຸດທິໃນປະຊາຊົນຊົນເຜົ່າສ່ວນ ໜ້ອຍທີ່ດຳລົງຊີວິດລຽບຕາມເສັ້ນຊາຍແດນຫວຽດນາມ - ລາວ.

ໂດຍປະຕິບັດຕາມຂໍ້ຕົກລົງ 12 ຂອງນາຍົກລັດຖະມົນຕີ, ຜູ້ຊົງຄຸນວຸດທິໄດ້ຂັ້ນບ້ານຄັດເລືອກ ແລະ ມີກຳນົດເວລາ 5 ປີ, ຫຼັງຈາກທີ່ຮາກຖານໄດ້ປະຕິບັດແລ້ວ, ຄະນະຊົນເຜົ່າແຂວງໄດ້ເປັນເສນາທິການໃຫ້ອົງ ການປົກຄອງແຂວງອອກຂໍ້ຕົກລົງວ່າດ້ວຍການຮັບຮອງລາຍຊື່ຜູ້ຊົງຄຸນວຸດທິໃນປະຊາຊົນຊົນເຜົ່າສ່ວນໜ້ອຍ. ຕາມຂໍ້ຕົກລົງຂອງອົງການປົກຄອງແຂວງ ເງະອານ ສະບັບເລກທີ 2508, ປີ 2018 ວ່າດ້ວຍການ “ຮັບຮອງ ລາຍຊື່ຜູ້ຊົງຄຸນວຸດທິໃນປະຊາຊົນຊົນເຜົ່າສ່ວນໜ້ອຍແຂວງ ເຫງະອານ ປີ 2018” ເຊິ່ງປັດຈຸບັນນີ້, ໃນທົ່ວ ແຂວງ ເຫງະອານ ມີຜູ້ຊົງຄຸນວຸດທິຈຳນວນ 1.240 ຄົນ. ໃນນັ້ນ: ກີ່ເຊີນ ມີ 194 ຄົນຢູ່ 21 ຕາແສງ, ເທດສະບານ; ເຕືອງເຢືອງມີ 144 ຄົນຢູ່ 18 ຕາແສງ, ເທດສະບານ; ກອນກວງມີ 115 ຄົນຢູ່ 13 ຕາແສງ, ເທດສະບານ; ແອງເຊີນມີ 23 ຄົນຢູ່ 08 ຕາແສງ; ເກ໋ວຟອງມີ 194 ຄົນຢູ່ 14 ຕາແສງ, ເທດສະບານ; ກຸ່ຍເຈົາມີ 146 ຄົນຢູ່ 14 ຕາແສງ, ເທດສະບານ; ກຸ່ຍເຮີບມີ 194 ຄົນຢູ່ 20 ຕາແສງ, ເທດສະບານ; ເຕີນກີ່ມີ 57 ຄົນຢູ່ 12 ຕາແສງ; ເຫງຍດ່ານມີ 127 ຄົນຢູ່ 18 ຕາແສງ; ແທງເຈືອງມີ 30 ຄົນຢູ່ 02 ຕາແສງ; ເທດສະບານ ທ໊າຍຮ່ວາມີ 11 ຄົນຢູ່ 04 ຕາແສງ, ຕາແສງໃນເມືອງ; ກ່ວຽນລຶວມີ 05 ຄົນຢູ່ 02 ຕາແສງ.

ໝາກຜົນໃນວຽກງານນຳພາ, ຊີ້ນຳການຜັນຂະຫຍາຍສ້າງຖັນແຖວຜູ້ຊົງຄຸນວຸດທິ ກໍຄືຜັນຂະຫຍາຍ ນະໂຍບາຍຕ່າງໆ ຕໍ່ຜູ້ຊົງຄຸນວຸດທິໃຫ້ເຫັນວ່າ: ແຂວງ ເຫງະອານ ໄດ້ຖືເປັນສຳຄັນທີສຸດສຳລັບບົດບາດຂອງ ຖັນແຖວຜູ້ຊົງຄຸນວຸດທິໃນການດຳລົງຊີວິດຂອງປະຊາຊົນຊົນເຜົ່າສ່ວນໜ້ອຍເວົ້າລວມ; ເວົ້າສະເພາະແມ່ນການ ດຳລົງຊີວິດຂອງປະຊາຊົນສອງເບື້ອງຊາຍແດນ, ປະກອບສ່ວນບົດບາດອັນສຳຄັນໃນການເຂົ້າຮ່ວມປົກປັກ ຮັກສາອະທິປະໄຕຜືນແຜ່ນດິນ, ຄວາມສະຫງົບເຂດຊາຍແດນ, ສ້າງ ແລະ ປັບປຸງສາຍພົວພັນມິດຕະພາບ, ຄວາມສາມັກຄີລະຫວ່າງສອງຊາດລາວ - ຫວຽດນາມ.

Từ khóa
Tin liên quan
Tin khác