04:01 PM 08/01/2021  Lượt xem: 2645
ແນໃສ່ການເປັນກຳລັງໃຈດ້ານຈິດໃຈ, ຄວາມຮັບຜິດຊອບຢ່າງທັນການແລະຊ່ວຍເຫຼືອດ້ານວັດຖຸສ່ວນໜຶ່ງໃຫ້ແກ່ບັນດານັກຮົບປ້ອງກັນຊາຍແດນທີ່ເຝົ້າເປັນປະຈຳທັງເວັນທັງຄືນຢູ່ບັນດາຈຸດກວດແລະກັນພະຍາດໂຄວິດ-19. ໃນຊຸມເດືອນທີ່ຜ່ານມາ, ຄະນະຂອງພະແນກແຮງງານ - ເສຍອົງຄະແລະສັງຄົມແຂວງເທື່ອທຽນເຫວ້ໄດ້ໄປຊາຍແດນຫວຽດນາມ - ລາວເພື່ອຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ບັນດານັກຮົບປ້ອງກັນຊາຍແດນທີ່ກຳລັງປະຕິບັດໜ້າທີ່ຢູ່ບັນດາຈຸດກວດແລະກັນພະຍາດໂຄວິດ-19.
 03:58 PM 08/01/2021  Lượt xem: 2580
ໃນຊຸມປີຜ່ານມາ, ບົນພື້ນຖານຄວາມພະຍາຍາມຂອງສອງຝ່າຍ, ການຮ່ວມມືລະຫວ່າງສອງຊາດ ຫວຽດນາມ - ລາວໃນຂົງເຂດຕ່າງໆ ໄດ້ມີບັນດາການຫັນປ່ຽນອັນຕັ້ງໜ້າກ່ຽວກັບເນື້ອໃນ, ຮູບການທີ່ອຸດົມ ສົມບູນ, ຫຼາຍຮູບຫຼາຍແບບ, ນັບມື້ນັບກ້າວເຂົ້າສູ່ລວງເລິກ, ແທດເໝາະກັບພຶດຕິກຳຕົວຈິງ ແລະ ມີປະສິດທິ ຜົນສູງ, ປະກອບສ່ວນເຂົ້າໃນການປັບປຸງ ແລະ ເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມ ສາມັກຄີແບບພິເສດລະຫວ່າງສອງຊາດ,
 03:38 PM 08/01/2021  Lượt xem: 2793
ລາວ ແລະ ຫວຽດນາມເປັນສອງປະເທດບ້ານໃກ້ເຮືອນຄຽງ, ມີສາຍພົວພັນທີ່ເປັນມູນເຊື້ອມາແຕ່ ດົນນານ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ. ໃນນັ້ນ, ແນວໂຮມປະເທດຊາດ ຫວຽດນາມ ແລະ ແນວລາວສ້າງຊາດໄດ້ມີຫຼາຍຈຸດຄ້າຍຄືກັນ, ລ້ວນແຕ່ເປັນປະເທດສັງຄົມນິຍົມທີ່ພາຍໃຕ້ ການນຳພາຂອງພັກກອມມູນິດ, ມີບົດບາດ ແລະ ທີ່ຕັ້ງອັນສຳຄັນໃນລະບອບການເມືອງຂອງແຕ່ລະ ປະເທດ, ໄດ້ຜ່ານຜ່າແຕ່ລະໄລຍະແຫ່ງປະຫວັດສາດ ແລະ ຂະຫຍາຍຕົວຂອງແຕ່ລະການຈັດຕັ້ງ, ແນວ ໂຮມຂອງແຕ່ລະປະເທດໄດ້ປະຕິບັດບົດບາດເຕົ້າໂຮມ, ສ້າງຄວາມສາມັກຄີພາຍໃນປະຊາຊົນ, ເພີ່ມທະວີ ຄວາມເຫັນດີເຫັນພ້ອມໃນສັງຄົມ, ເຂົ້າຮ່ວມການກໍ່ສ້າງພັກ, ສ້າງລັດໄດ້ເປັນຢ່າງດີ.
 09:27 AM 28/12/2020  Lượt xem: 3028
ໃນແຜ່ນດິນຂອງແຂວງເຫງະອານ ມີຫຼາຍເມືອງທີ່ມີຊາຍແດນຕິດກັບປະເທດລາວເຊັ່ນ: ເກ໋ວຟອງ, ກີ່ເຊີນ, ເຕືອງເຢືອງ, ກອນກວງ, ແອງເຊີນ...ທີ່ຍັງມີຄວາມຫຍຸ້ງຍາກ, ຍາກເຂັນຢ່າງຫຼວງຫຼາຍ ແລະ ຢູ່ເຂດດັ່ງກ່າວ ໄດ້ມີບັນດາທະຫານທີ່ຍາມໃດກໍສະໜິດຕິດແໜ້ນ, ຄຽງບ່າຄຽງໄຫຼ່ກັບປະຊາຊົນ.
 02:00 PM 22/12/2020  Lượt xem: 2612
ປະຊາຊົນບ້ານນາແມ່ວ, ເມືອງກວານເຊີນ (ແທງຮ໊ວາ) ແລະບ້ານເລີຍ, ເມືອງວຽງໄຊ, ແຂວງຫົວພັນ (ລາວ) ຍາມໃດກໍຢູ່ຮ່ວມກັນໂດຍສັນຕິ, ມິດຕະພາບ. ປະຊາຊົນສອງຝ່າຍຍາມໃດກໍມີການຊ່ວຍເຫຼືອເຊິ່ງກັນແລະກັນ, ພ້ອມກັນພັດທະນາເສດຖະກິດ, ຮັກສາຄວາມເປັນລະບຽບຮຽບຮ້ອຍແລະຄວາມສະຫງົບຢູ່ເຂດຊາຍແດນ. ພິເສດ, ໃນປີ 2014, ຫຼັງຈາກທີ່ສອງບ້ານໄດ້ມີການແຮກສ່ຽວ, ປະຊາຊົນມີຄວາມປິຕິຊົມຊື່ນ, ຖືເປັນອ້າຍນ້ອງຄອບຄົວດຽວກັນ.
 12:00 PM 21/12/2020  Lượt xem: 2362
ຫຼັງຈາກທີ່ສັນຍາປາຣີ ວ່າດ້ວຍການສິ້ນສຸດສົງຄາມ, ສ້າງຄວາມສັນຕິພາບຢູ່ ຫວຽດນາມຄືນໃໝ່ໄດ້ ລົງລາຍເຊັນ (ໃນເດືອນ 1/1973), ສະຖານະການໃນສະໜາມຮົບ ອິນດູຈີນ ໄດ້ມີບັນດາການຜັນແປໂດຍພື້ນຖານທີສຸດ,ມີຄວາມສະດວກໃຫ້ແກ່ບັນດາກຳລັງປະຕິວັດຢູ່ ຫວຽດນາມ, ລາວ ແລະ ກຳປູເຈຍ. ແນໃສ່ການ ກະກຽມໃຫ້ແກ່ວຽກງານການທູດປະຊາຊົນກັບລາວໃນເງື່ອນໄຂທີ່ທັງສອງປະເທດ ລາວ ແລະ ຫວຽດນາມ ລ້ວນແຕ່ຍາດໄດ້ໄຊຊະນະຢ່າງສົມບູນ ແລະ ກ້າວຂຶ້ນສູ່ສັງຄົມນິຍົມ, ພັກ ແລະ ລັດ ຫວຽດນາມໄດ້ມີແຜນນະໂຍບາຍສ້າງຕັ້ງການຈັດຕັ້ງມິດຕະພາບປະຊາຊົນກັບ ລາວ ແລະ ໃນວັນທີ 15/1/1975 ໄດ້ສ້າງຕັ້ງສະມາຄົມມິດຕະພາບ ຫວຽດນາມ - ລາວ.
 03:00 PM 18/12/2020  Lượt xem: 2272
ໂດຍໄດ້ຮັບຮູ້ເຖິງບົດບາດຂອງຜູ້ຊົງຄຸນວຸດທິມີທີ່ຕັ້ງ, ບົດບາດອັນສຳຄັນໃນການດຳລົງຊີວິດຂອງປະຊາຊົນບັນດາຊົນເຜົ່າສ່ວນໜ້ອຍ, ພິເສດແມ່ນປະຊາຊົນທີ່ດຳລົງຊີວິດຢູ່ສອງເບື້ອງຊາຍແດນ ຫວຽດນາມ - ລາວ. ໃນຊຸມປີຜ່ານມາ, ແຂວງ ເຊີນລາ ໄດ້ເສີມຂະຫຍາຍບົດບາດຂອງຜູ້ຊົງຄຸນວຸດທິໃນວຽກງານໂຄສະນາຍົກສູງຄວາມຮັບຮູ້ໃຫ້ແກ່ປະຊາຊົນສອງເບື້ອງຊາຍແດນກ່ຽວກັບແຜນນະໂຍບາຍ, ນະໂຍບາຍ, ກົດໝາຍຂອງ ແຕ່ລະປະເທດໄດ້ເປັນຢ່າງດີ, ພິເສດແມ່ນກ່ຽວກັບອະທິປະໄຕຂອງຜືນແຜ່ນດິນ, ຊາຍແດນລະວ່າງປະເທດ, ສັນຍາວ່າດ້ວຍກົດລະບຽບຊາຍແດນລະຫວ່າງປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ທີ່ສອງປະເທດໄດ້ລົງລາຍເຊັນໃນເມື່ອວັນທີ 01/3/1990.