ນັກຮົບທະຫານຊາຍແດນເປັນບ່ອນອີງຂອງປະຊາຊົນບັນດາຊົນເຜົ່າເຂດຊາຍແດນຢ່າງໝັ້ນຄົງ

09:27 AM 28/12/2020 |   Lượt xem: 3028 |   In bài viết | 

ໃນຊຸມປີທີ່ຜ່ານມາ, ຄຽງຄູ່ກັບການປະຕິບັດໜ້າທີ່ຄຸ້ມຄອງປົກປັກຮັກສາອະທິປະໄຕ, ຄວາມສະຫງົບເຂດຊາຍ ແດນ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນເທດສະບານ, ພະນັກງານນັກຮົບທະຫານຊາຍ ແດນແຂວງເຫງະອານ ຍາມໃດກໍຕັ້ງໝັ້ນຕິດຕາມເທດສະບານ, ໃກ້ຊິດ, ຊ່ວຍເຫຼືອປະຊາຊົນ, ສະໜິດຕິດ ແໜ້ນກັບປະຊາຊົນບັນດາຊົນເຜົ່າເຂດຊາຍແດນ, ປະກອບສ່ວນອັນສຳຄັນເຂົ້າໃນການປັບປຸງ, ສ້າງເຂດຊາຍ ແດນທີ່ນັບມື້ນັບມີຄວາມໝັ້ນຄົງ ແລະ ພັດທະນາ.

ຮູບພາບ “ອ້າຍຄູທະຫານຊາຍແດນ”, “ທ່ານໝໍຜູ້ເປັນທະຫານຊາຍແດນ”, “ນັກຮົບໂຄສະນາວັດທະນະທຳ ຜູ້ເປັນທະຫານຊາຍແດນ” … ໄດ້ສ້າງຄວາມຮັກ, ຄວາມເຊື່ອໝັ້ນ ແລະ ຮັກແພງໃນຈິດໃຈຂອງປະຊາຊົນ ບັນດາຊົນເຜົ່າສ່ວນໜ້ອຍທີ່ດຳລົງຊີວິດລຽບຕາມເສັ້ນຊາຍແດນຕິດກັບປະເທດ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ.

ເມືອງຊາຍແດນຕ່າງໆ ຂອງແຂວງເຫງະອານ ສ່ວນຫຼາຍແມ່ນເທດສະບານທີ່ກ້ວາງຂວາງ, ມີຫຼາຍພາກສ່ວນ ຊົນເຜົ່າດຳລົງຊີວິດນຳກັນ, ຄົມມະນາຄົມການໄປມາມີຄວາມຫຍຸ້ງຍາກ, ພູມີປະເທດມີຄວາມສັບສົນ...ແຕ່ບັນ ດານັກຮົບທະຫານຊາຍແດນຍາມໃດກໍໄດ້ຕິດຕາມເທດສະບານ.

ໂດຍຢືນຢູ່ເຂດຊາຍແດນຂອງປະເທດ, ບັນດານັກຮົບຢູ່ທີ່ນີ້ ຍາມໃດກໍມີຄວາມເຂັ້ມແຂງຕໍ່ບັນດາຄວາມຫຍຸ້ງ ຍາກ ແລະ ບ່ອນພາຍຸລົມແດງຂອງໜ້າທີ່ປະເທດຊາດ. ບັນດາອ້ານທະຫານເປັນບ່ອນອີງຂອງປະຊາຊົນຊົນ ເຜົ່າຢ່າງໝັ້ນຄົງ - ສ່ວນສັກສິດອັນໜຶ່ງຂອງປະເທດຊາດ. ຄຽງຄູ່ກັນນັ້ນ, ບັນດານັກຮົບກໍໄດ້ປະກອບສ່ວນ ເຂົ້າໃນການປັບປຸງສາຍພົວພັນລະຫວ່າງປະຊາຊົນບັນດາຊົນເຜົ່າທີ່ດຳລົງຊີວິດລຽບຕາມຊາຍແດນສອງຊາດ ລາວ - ຫວຽດນາມເພີ່ມ ໃຫ້ມີຄວາມສະໜິດແໜ້ນຂຶ້ນຕື່ມ, ປະກອບສ່ວນເຂົ້າໃນຜົນສຳເລັດລວມໃນສາຍພົວ ພັນ ລາວ - ຫວຽດນາມ.

ໃນຊຸມປີທີ່ຜ່ານມາ,​ ບັນດາອ້າຍທະຫານເອງກໍສາມາດເຮັດໄດ້ບັນດາໂຄງການຢ່າງຫຼວງຫຼາຍ, ສ່ວນວຽກຂອງ ປັດຈຸບັນນີ້ ແມ່ນໄດ້ເສີມຂະຫຍາຍຢ່າງມີປະສິດທິຜົນ, ຮັບໃຊ້ການດຳລົງຊີວິດຂອງປະຊາຊົນຢ່າງແທດເໝາະ ກັບພຶດຕິກຳຕົງຈິງ.

ນັ້ນແມ່ນການຊ່ວຍເຫຼືອໃຫ້ແກ່ບັນດາຄອບຄົວທຸກຍາກ, ຊ່ວຍເຫຼືອບັນດານ້ອງນັກຮຽນ, ສ້າງຄົມມະນາຄົມ, ຂຸດກວາດເໝືອງຝາຍ, ຊ່ວຍປະຊາຊົນອອກແຮງງານເພີ່ມພູນຜະລິດຜົນ...ທີ່ໄດ້ສ້າງຄວາມປະທັບໃຈອັນດີງາມ ໃນຈິດໃຈຂອງປະຊາຊົນບັນດາຊົນເຜົ່າກ່ຽວກັບຮູບພາບຂອງບັນດານັກຮົບທະຫານຊາຍແດນ.

Từ khóa
Tin liên quan
Tin khác