ເພີ່ມທະວີບັນດາຄະນະປະຕິບັດວຽກງານຄົ້ນຄ້ວາ, ຝຶກອົບຮົມແລກປ່ຽນບົດຮຽນລະຫວ່າງສອງຊາດ ຫວຽດນາມ - ລາວ
03:58 PM 08/01/2021 | Lượt xem: 2580 In bài viết |ໃນຊຸມປີຜ່ານມາ, ບົນພື້ນຖານຄວາມພະຍາຍາມຂອງສອງຝ່າຍ, ການຮ່ວມມືລະຫວ່າງສອງຊາດ ຫວຽດນາມ - ລາວໃນຂົງເຂດຕ່າງໆ ໄດ້ມີບັນດາການຫັນປ່ຽນອັນຕັ້ງໜ້າກ່ຽວກັບເນື້ອໃນ, ຮູບການທີ່ອຸດົມ ສົມບູນ, ຫຼາຍຮູບຫຼາຍແບບ, ນັບມື້ນັບກ້າວເຂົ້າສູ່ລວງເລິກ, ແທດເໝາະກັບພຶດຕິກຳຕົວຈິງ ແລະ ມີປະສິດທິ ຜົນສູງ, ປະກອບສ່ວນເຂົ້າໃນການປັບປຸງ ແລະ ເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມ ສາມັກຄີແບບພິເສດລະຫວ່າງສອງຊາດ,
ບັນດາການເຄື່ອນໄຫວຮ່ວມມື, ສ້າງສັນມິດຕະພາບ, ວຽກງານ ກໍ່ສ້າງ, ບຳລຸງພະນັກງານ, ແລກປ່ຽນບົດຮຽນ, ຍູ້ແຮງການແລກປ່ຽນລະຫວ່າງບັນດາທ້ອງຖິ່ນ, ສ້າງຊາຍ ແດນທີ່ສັນຕິພາບ, ມິດຕະພາບ ແລະ ອື່ນໆ ແມ່ນແນໃສ່ປະກອບສ່ວນເຂົ້າໃນການປັບປຸງ ແລະ ຂະຫຍາຍ ສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີລະຫວ່າງປະຊາຊົນສອງຊາດ, ປັບປຸງ ແລະ ຂະຫຍາຍ ສາຍພົວພັນພິເສດລະຫວ່າງສອງຊາດແບບຍືນຍົງຢ່າງບໍ່ຢຸດຢັ້ງ, ສອງຝ່າຍໄດ້ຈັດສົ່ງບັນດາຄະນະຜູ້ແທນ ຂັ້ນສູງໄປຢ້ຽມຢາມ, ເຮັດວຽກຢູ່ລາວ ແລະ ຫວຽດນາມຢ່າງເປັນປະຈຳເຊັ່ນ: ຄະນະຜູ້ແທນຂັ້ນສູງຂອງ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມນຳໂດຍທ່ານປະທານ ເຈີ່ນແທງເໝີ໋ນ ເປັນ ຫົວໜ້າຄະນະໄປຢ້ຽມຢາມ, ເຮັດວຽກຢູ່ລາວໃນເດືອນ 8 ປີ 2017; ຄະນະຜູ້ແທນຂັ້ນສູງຂອງແນວລາວ ສ້າງຊາດນຳໂດຍສະຫາຍ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງ, ປະທານຄະນະກຳມະການ ສູນກາງແນວລາງສ້າງຊາດເປັນຫົວໜ້າຄະນະໄປຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມໃນເດືອນ 8 ປີ 2016; ຄະນະນຳໂດຍທ່ານ ນາງ ຍອດແກ້ວມະນີ ສຸພານຸວົງ ເປັນຫົວໜ້າຄະນະໄປຢ້ຽມຢາມ ຫວຽດນາມ ໃນເດືອນ 3 ປີ 2018; ຄະນະ ນຳໂດຍສະຫາຍ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງ, ປະທານຄະນະກຳມະການສູນກາງແນວລາງສ້າງຊາດເປັນຫົວໜ້າຄະນະໄປຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດ ນາມ ໃນເດືອນ 4 ປີ 2018; ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ນຳໂດຍທ່ານ ເຮົ່າອາເລ່ງ, ຮອງປະທານ - ເລ ຂາທິການເປັນຫົວໜ້າຄະນະໄປຢ້ຽມຢາມລາວໃນເດືອນ 6 ປີ 2018...
ຢູ່ໃນງານພົບປະແລກປ່ຽນລະຫວ່າງບັນດາຄະນະຜູ້ແທນຂັ້ນສູງຕ່າງໆ, ແຕ່່ລະຝ່າຍລ້ວນແຕ່ໄດ້ແຈ້ງ ໝາກຜົນການຜັນຂະຫຍາຍ, ປະຕິບັດ ແລະ ປຶກສາຫາລືບັນດາວິທີການເພີ່ມທະວີການຈັດຕັ້ງປະຕິບັດແຜນ ງານຮ່ວມມືລະຫວ່າງແນວລາວສ້າງຊາດ ແລະ ແນວໂຮມປະເທດຊາດ ຫວຽດນາມ; ແລກປ່ຽນບົດຮຽນໃນ ວຽກງານແນວໂຮມຂອງແຕ່ລະປະເທດ. ແຕ່ລະປີ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດ ນາມລ້ວນແຕ່ໄດ້ຈັດບັນດາຊຸດກໍ່ສ້າງ, ບຳລຸງໄລຍະສັ້ນກ່ຽວກັບວຽກງານແນວໂຮມໃຫ້ແກ່ພະນັກງານຂອງ ແນວລາວສ້າງຊາດ. ເນື່ອງຈາກການໄປຢ້ຽມຢາມດັ່ງກ່າວສອງຝ່າຍໄດ້ມີຄວາມເຂົ້າໃຈກ່ຽວກັບສະພາບເສດ ຖະກິດ, ວັດທະນະທຳ, ການສຶກສາ...ຂອງແຕ່ລະຝ່າຍທີ່ເລິກເຊິ່ງກ່ວາເກົ່າ, ໄດ້ຮັບຮູ້ຄວາມຫຍຸ້ງຍາກຕ່າງໆ ທີ່ຍັງຄົງຄ້າງ ເພື່ອມີບັນດາຮູບການໜູນຊ່ວຍ, ຊ່ວຍເຫຼືອໃຫ້ແທດກັບພຶດຕິກຳຕົວຈິງ ແລະ ທັນການ.
ບັນດາການຈັດຕັ້ງທີ່ເປັນພາຄີຂອງແນວໂຮມເຊັ່ນ: ສະຫະພັນໃຫຍ່ແຮງງານ ຫວຽດນາມ, ສະມາຄົມ ຊາວກະສິກຳ ຫວຽດນາມ, ຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ, ສະຫະພັນແມ່ຍີງ ຫວຽດນາມ, ສະຫະພັນ ນັກຮົບເກົ່າ ຫວຽດນາມ, ສະມາຄົມບັນດາການຈັດຕັ້ງມິດຕະພາບ ຫວຽດນາມລ້ວນແຕ່ໄດ້ຈັດກິດຈະກຳແລກ ປ່ຽນຄະນະຜູ້ແທນຂັ້ນສູງຕ່າງໆ ແລະ ຜັນຂະຫຍາຍປະຕິບັດບັນດາແຜນງານຮ່ວມມືກັບບັນດາການຈັດຕັ້ງ ທີ່ທຽບເທົ່າຂອງລາວຢ່າງເປັນປະຈຳ. ໃນການໄປຢ້ຽມຢາມດັ່ງກ່າວ, ສອງຝ່າຍໄດ້ມີການຕີລາຄາກ່ຽວກັບ ໝາກຜົນການປະຕິບັດບົດບັນທຶກຊ່ວຍຈຳ ກໍຄືບັນດາບົດບັນທຶກການຮ່ວມມືສອງຝ່າຍ, ຈາກນັ້ນ, ໄດ້ມີການ ຖອດຖອນບົດຮຽນຢ່າງທັນການ ແລະ ແລກປ່ຽນ, ເອກະພາບແຜນການຮ່ວມມືໃນຕໍ່ໜ້າ. ສອງຝ່າຍກໍໄດ້ມີ ການແລກປ່ຽນ ເພື່ອເອກະພາບການປະສານງານຈັດກິດຈະກຳຕ່າງໆ ໃນປີສາມັກຄີມິດຕະພາບ ລາວ - ຫວຽດນາມ ປີ 2017.
ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ຂອງບັນດາແຂວງ, ນະຄອນກໍໄດ້ຈັດການໄປ ຢ້ຽມຢາມຕ່າງໆ ແນໃສ່ແລກປ່ຽນບົດຮຽນວຽກງານລະຫວ່າງສອງຝ່າຍ, ຕີລາຄາກ່ຽວກັບໝາກຜົນການ ປະຕິບັດບົດບັນທຶກຊ່ວຍຈຳທີ່ໄດ້ລົງລາຍເຊັນນຳກັນ. ສອງຝ່າຍກໍໄດ້ມີການແລກປ່ຽນຄະນະ, ໄປຢ້ຽມຢາມ ແລະ ຊອກຮູ້ກ່ຽວກັບສະພາບເສດຖະກິດ, ວັດທະນະທຳ, ການສຶກສາ...ຂອງກັນຢ່າງເປັນປະຈຳ ເພື່ອເນື່ອງ ຈາກການຢ້ຽມຢາມດັ່ງກ່າວ ຈະສ້າງບັນດາແຜນງານຮ່ວມມືສອງຝ່າຍໃນຫຼາຍຂົງເຂດ, ພ້ອມດຽວກັນນັ້ນ, ໄດ້ ມີບັນດາການຊ່ວຍເຫຼືອດ້ານພື້ນຖານວັດຖຸຢ່າງທັນການ ແລະ ແທດເໝາະກັບພຶດຕິກຳຕົວຈິງບົນພື້ນຖານ ຈິດໃຈຄວາມມັກຄີໄມຕີຈິດມິດຕະພາບ, ແບ່ງປັນ, ເປັນກຳລັງໃຈໃນຍາມພົບຄວາມຫຍຸ້ງຍາກ.