ສະມາຄົມມິດຕະພາບຫວຽດນາມ - ລາວ: ປະຕິບັດພາລະກຳປັບປຸງສາຍພົວພັນໝັ້ນຄົງທະນົງແກ່ນ ຫວຽດນາມ - ລາວ ໃຫ້ເປັນຢ່າງດີ

12:00 PM 21/12/2020 |   Lượt xem: 2363 |   In bài viết | 

ຈຸດປະສົງຂອງສະມາຄົມແມ່ນປະກອບສ່ວນເຂົ້າໃນການເພີ່ມທະວີການສ້າງສັນເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນ ຫວຽດນາມ ແລະ ປະຊາຊົນ ລາວ, ປັບປຸງ ແລະ ຂະຫຍາຍສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດ, ເພື່ອຜົນ ປະໂຫຍດຂອງປະຊາຊົນສອງຊາດ, ເພື່ອຄວາມສັນຕິພາບ, ຮ່ວມມື ແລະ ພັດທະນາໃນເຂດອາຊີອາຄະເນ ແລະ ໃນໂລກ.

ຫຼັງຈາກທີ່ໄດ້ສ້າງຕັ້ງສະມາຄົມມິດຕະພາບ ຫວຽດນາມ - ລາວ ຢູ່ສູນກາງ, ຫຼາຍແຂວງ, ນະຄອນກໍໄດ້ສ້າງຕັ້ງສະມາຄົມມິດຕະພາບ ຫວຽດນາມ - ລາວ ຂອງທ້ອງຖິ່ນຕົນເອງ. ຈົນຮອດປັດຈຸບັນນີ້, ມີ 39/63 ແຂວງ, ນະຄອນໄດ້ສ້າງຕັ້ງສະມາຄົມມິດຕະພາບ ຫວຽດນາມ - ລາວ, ໃນນັ້ນ, ມີ5/5 ນະຄອນຂຶ້ນກັບສູນກາງ ແລະ 10/10 ແຂວງທີ່ມີຊາຍແດນຕິດກັບລາວກໍລ້ວນແຕ່ໄດ້ສ້າງຕັ້ງສະມາຄົມຂອງຕົນ. ແຕ່ລະແຂວງ, ນະຄອນກໍມີສະມາຄົມເປັນຫຼາຍສິບສະມາຄົມທີ່ໄດ້ດຶງດູດສະມາຊິກສະມາຄົມເປັນຫຼາຍພັນຄົນ ໃນນັ້ນ, ມີອະດີດຊ່ຽວຊານ, ອະດີດທະຫານອາສາສະໝັກ ຫວຽດນາມ ທີ່ໄດ້ຊ່ວຍລາວເປັນຈຳນວນຫຼວງຫຼາຍ. ນີ້ແມ່ນກຳລັງຫຼັກແຫຼ່ງສຳຄັນທີສຸດໃນວຽກງານມິດຕະພາບລະຫວ່າງປະຊາຊົນ ລາວ - ຫວຽດນາມ. ຢູ່ຫຼາຍແຂວງ, ນະຄອນສະມາຄົມໄດ້ສ້າງຕັ້ງບັນດາສະມາຄົມມິດຕະພາບ ຫວຽດນາມ - ລາວຢູ່ຂັ້ນເມືອງ, ຕາແສງທີ່ໄດ້ດຶງດູດສະມາຊິກເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.

ໂດຍໄດ້ໃກ້ຊິດກັບຄະຕິທຳຈຸດປະສົງການເຄື່ອນໄຫວຂອງຕົນ, ນັບແຕ່ເວລາໄດ້ຮັບການສ້າງຕັ້ງຈົນຮອດປັດຈຸບັນນີ້, ສະມາຄົມມິດຕະພາບ ຫວຽດນາມ - ລາວໄດ້ຈັດກິດຈະກຳເຄື່ອນໄຫວຫຼາຍໆປະເພດທີ່ມີຫຼາຍຮູບຫຼາຍແບບ ແລະ ອຸດົມສົມບູນ. ເນື່ອງໃນໂອກາດສະເຫຼີມສະຫຼອງບັນດາວັນບຸນໃຫຍ່ຂອງລາວ ແລະ ເຫດການສຳຄັນຕ່າງໆ ໃນສາຍພົວພັນ ລາວ - ຫວຽດນາມ, ສະມາຄົມຂັ້ນຕ່າງໆກໍໄດ້ຮັກສາການຈັດພິທີມິດຕີງສະເຫຼີມສະຫຼອງ ຫຼື ສົ່ງສານອວຍພອນໃຫ້ບັນດາຄູ່ຮ່ວມມືຂອງລາວ, ຈັດຄະນະໄປອວຍພອນສະຖານທູດ, ກົງສູນໃຫຍ່ແຫ່ງ ສປປ ລາວປະຈຳ ສສ ຫວຽດນາມ, ຈັດການພົບປະ, ສ້າງສັນມິດຕະພາບກັບສະຖານທູດ, ບັນດາກົງສູນໃຫຍ່  ແລະ ບັນດາພະນັກງານ, ນັກສຶກສາລາວຢູ່ ຫວຽດນາມຢ່າງເປັນປະຈຳ.

ແນໃສ່ດຶງດູດປະຊາຊົນເຂົ້າຮ່ວມການຊອກຮູ້ກ່ຽວກັບສາຍພົວພັນມິດຕະພາບແບບພິເສດຫວຽດນາມ - ລາວເປັນຈຳນວນຫຼວງຫຼາຍ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ໄດ້ຈັດການສອບເສັງຊອກຮູ້ກ່ຽວກັບສາຍພົວພັນ ຫວຽດນາມ - ລາວຢ່າງຫຼວງຫຼາຍ ເຊິ່ງມີຊື່ວ່າ: “ຫວຽດນາມ - ລາວໃນດວງໃຈຂອງຂ້າພະເຈົ້າ”ທີ່ໄດ້ດຶງດູດຄົນເຂົ້າຮ່ວມເປັນຫຼາຍລ້ານຄົນ. ຢູ່ບັນດາແຂວງ, ນະຄອນ, ສະມາຄົມໄດ້ຈັດການພົບປະແລກປ່ຽນ, ໂອ້ລົມຕາມຫົວຂໍ້ກ່ຽວກັບສາຍພົວພັນຂອງສອງຊາດ, ກິດຈະກຳສ້າງສັນມິດລະພາບຕ່າງໆລະຫວ່າງນັກສຶກສາ ຫວຽດນາມ ແລະ ນັກສຶກສາລາວທີ່ຮໍ່າຮຽນໃນເທດສະບານຢ່າງຫຼວງຫຼາຍເຊັ່ນ: ຈັດບັນດາງານປະກວດຮ້ອງເພງເປັນພາສາຫວຽດ, ແຕ້ມຮູບ, ແຕ່ງກອນກ່ຽວກັບສາຍພົວພັນຂອງສອງຊາດ, ແລກປ່ຽນວັດທະນະທຳ, ສິລະປະວັນນະຄະດີ, ກິລາ ແລະ ອື່ນໆ.

ເຂົ້າຮ່ວມວຽກງານຕອບບຸນແທນຄຸນກໍແມ່ນຈຸດສຳຄັນໜຶ່ງໃນການເຄື່ອນໄຫວປະຈຳຂອງສະມາຄົມຂັ້ນສູນກາງ ແລະ ຂອງສະມາຄົມຂັ້ນຕ່າງໆໃນທົ່ວປະເທດ.ເປົ້າໝາຍຂອງວຽກງານດັ່ງກ່າວ ກ່ຽວກັບຝ່າຍ ຫວຽດນາມ ແມ່ນບັນດາອະດີດທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມທີ່ເຄີຍໄປຕໍ່ສູ້, ເຮັດວຽກຢູ່ລາວພ້ອມດ້ວຍຄອບຄົວ; ຝ່າຍລາວແມ່ນບັນດາພົນລະເມືອງ ແລະ ຄອບຄົວລາວທີ່ເຄີຍປົກປ້ອງ, ຊ່ວຍເຫຼືອທະຫານອາສາສະໝັກ ຫວຽດນາມທີ່ມາເຂົ້າຮ່ວມການຕໍ່ສູ້, ເຮັດວຽກຢູ່ລາວໃນສົງຄາມຕ້ານຝຣັງ ແລະ ຕ້ານອາເມລິກາ.

ຜ່ານໄລຍະ 44 ປີແຫ່ງການເຕີບໃຫຍ່ ແລະ ຂະຫຍາຍຕົວຂອງຕົນ, ສະມາຄົມມິດຕະພາບ ຫວຽດນາມ - ລາວຍາດມາໄດ້ບັນດາຜົນງານອັນໃຫຍ່ຫຼວງ ແລະ ໜ້າຊົມຊື່ນ. ໃນຊຸມປີຕໍ່ໄປນີ້, ສະມາຄົມມິດຕະພາບຫວຽດນາມ - ລາວ ຈະສູ້ຊົນປະຕິບັດວຽກງານຂອງຕົນໃຫ້ດີກ່ວາເກົ່າ, ປະກອບສ່ວນເຂົ້າໃນການປັບປຸງ ແລະ ຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວຢ່າງເໝາະສົມ.

Từ khóa
Tin liên quan
Tin khác