ລາວ - ຫວຽດນາມ: ປະສານງານຜັນຂະຫຍາຍວຽກງານໂຄສະນາໃຫ້ປະຊາຊົນເຂດຊາຍແດນ

03:38 PM 08/01/2021 |   Lượt xem: 2793 |   In bài viết | 

ໃນໄລຍະ 2016-2020, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ມີການ ປະສານງານກັບຄະນະກຳມະການສູນກາງແນວລາວສ້າງຊາດ ໂຄສະນາໃຫ້ບັນດາຊັ້ນຄົນປະຊາຊົນຂອງ ສອງປະເທດກ່ຽວກັບເນື້ອໃນຂອງບົດບັນທຶກຊ່ວຍຈຳ “ແຜນງານຮ່ວມມືລະຫວ່າງແນວລາວສ້າງຊາດ ແລະ ແນວໂຮມປະເທດຊາດ ຫວຽດນາມ ໄລຍະ 2016-2020” ພ້ອມກັບເນື້ອໃນທີ່ໄດ້ແນວໂຮມປະເທດຊາດ ຫວຽດນາມ ແລະ ແນວລາວສ້າງຊາດພ້ອມກັນລົງລາຍເຊັນໃນບົດຖະແຫຼງການຮ່ວມວ່າດ້ວຍການສ້າງເສັ້ນ ຊາຍແດນ ລາວ - ຫວຽດນາມທີ່ສັນຕິພາບ, ມິດຕະພາບໄລຍະ 2017-2020 ໃຫ້ເລິກເຊິ່ງກ້ວາງຂວາງ; ບົດບັນທຶກຊ່ວຍຈຳ ແຜນງານຮ່ວມມືລະຫວ່າງແນວໂຮມສາມັກຄີພັດທະນາປະເທດຊາດ ກຳປູເຈຍ, ແນວ ລາວສ້າງຊາດ ແລະ ແນວໂຮມປະເທດຊາດ ຫວຽດນາມ ໄລຍະ 2017 - 2020”.

ຫຼັງຈາກທີ່ບັນດາເນື້ອໃນໄດ້ລົງລາຍເຊັນມີຜົນສັກສິດ, ສອງຝ່າຍໄດ້ຈັດຕັ້ງການໂຄສະນາໃຫ້ບັນ ດາຊັ້ນຄົນປະຊາຊົນຢ່າງເລິກເຊິ່ງກ້ວາງຂວາງ, ພິເສດແມ່ນຄົນຮຸ່ນໜຸ່ມຂອງສອງປະເທດກ່ຽວກັບມູນເຊື້ອ ຄວາມມິດຕະພາບ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ - ລາວຢ່າງມີປະສິດທິຜົນ. ແນວໂຮມປະເທດຊາດຂັ້ນຕ່າງໆ ແລະ ບັນດາການຈັດຕັ້ງພາຄີໄດ້ມີ ການປະສານງານກັບບັນດາອົງການ, ຫົວໜ່ວຍທີ່ກ່ຽວຂ້ອງຢ່າງແໜ້ນແຟ້ນ ເພື່ອໂຄສະນາ, ປຸກລະດົມ ປະຊາຊົນຢ່າງຕັ້ງໜ້າ, ພິເສດແມ່ນປະຊາຊົນບັນດາເມືອງ, ຕາແສງ, ບ້ານເຂດຊາຍແດນ, ໄດ້ຈັດຕັ້ງຜັນ ຂະຫຍາຍກິດຈະກຳທີ່ແທດເໝາະກັບພຶດຕິກຳຕົວຈິງຢ່າງຫຼວງຫຼາຍ, ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ, ສັງຄົມ, ລຶບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ, ຮັກສາຄວາມສະຫງົບດ້ານການ ເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມສະຫງົບທາງສັງຄົມ, ເພີ່ມທະວີຄວາມສາມັກຄີລະຫວ່າງ ປະຊາຊົນສອງເບື້ອງຊາຍແດນ, ຊ່ວຍເຫຼືອ ແລະ ພ້ອມກັນພັດທະນາ.

ພິເສດ, ໃນປີ 2017 ບົນພື້ນຖານຂີດໝາຍແມ່ນປີສາມັກຄີມິດຕະພາບ ລາວ - ຫວຽດນາມ, ຫວຽດນາມ - ລາວ, ສອງຝ່າຍໄດ້ມີການປະສານງານເຂົ້າຮ່ວມພ້ອມກັບສອງພັກ, ສອງລັດຈັດບັນດາ ກິດຈະກຳທີ່ມີຄວາມຟົດຟື້ນ ແລະ ມີຄວາມໝາຍທີສຸດ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການ ທູດຄົບຮອບ 55 ປີ (05/9/1962-05/9/2017) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ - ຫວຽດນາມຄົບຮອບ 40 ປີ (18/7/1977-18/7/2017); ພ້ອມກັນເຂົ້າຮ່ວມການປັບປຸງ, ຂະ ຫຍາຍລະບົບການຈັດຕັ້ງສະມາຄົມມິດຕະພາບ ຫວຽດນາມ - ລາວ, ສະມາຄົມມິດຕະພາບ ລາວ - ຫວຽດນາມ ແຕ່ສູນກາງລົງຮອດທ້ອງຖິ່ນ.

ການແລກປ່ຽນຂໍ້ມູນຂ່າວສານ ແລະ ການປະສານງານໃນການເຄື່ອນໄຫວກ່ຽວກັບບັນດາບັນຫາ ລວມ, ບັນດາບັນຫາຂອງພາກພື້ນ ແລະ ສາກົນທີ່ສອງຝ່າຍສົນໃຈນຳກັນ ກໍໄດ້ຮັບການເພີ່ມທະວີ. ປະຕິບັດວຽກງານພົບປະ, ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບການນໍາກັນ, ສະກັດກັ້ນ, ແກ້ໄຂເລື່ອງ ຕ່າງໆ ທີ່ເກີດຂຶ້ນຢູ່ເຂດຊາຍແດນໃນເຂດດິນຕໍ່ແຜ່ນໄດ້ເປັນຢ່າງດີ ແລະ ທັນການ. ແນວໂຮມປະເທດຊາດ ຂອງສອງຝ່າຍໄດ້ມີການປະສານງານກັບຂະແໜງການ, ທ້ອງຖິ່ນຕ່າງໆ ເພື່ອໂຄສະນາປຸກລະດົມປະຊາຊົນ ປະຕິບັດໃຫ້ຖືກຕາມບັນດາສົນທິສັນຍາ, ສັນຍາວ່າດ້ວຍຊາຍແດນ, ສ້າງເສັ້ນຊາຍແດນທີ່ມີຄວາມສັນຕິ ພາບ, ມິດຕະພາບ ແລະມີຄວາມໝັ້ນຄົງຢ່າງຍາວນານ ເພື່ອຜົນປະໂຫຍດລວມຂອງສອງຊາດ.

Từ khóa
Tin liên quan
Tin khác