ການຮ່ວມມືໃນຂົງເຂດວຽກງານຊົນເຜົ່າ: ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດຫວຽດນາມ - ລາວ

04:32 PM 08/01/2021 |   Lượt xem: 1165 |   In bài viết | 

ສະຫາຍ ໂດ້ວັນຈ໊ຽນ, ກຳມະການຄະນະບໍລິຫານງານສູນກາງພັກ, ລັດຖະມົນຕີ, ປະທານຄະນະກຳມະການ ຊົນເຜົ່າຫວຽດນາມ ເຂົ້າຢ້ຽມຂ່ຳນັບສະຫາຍ ນາງ ປານີ ຢາທໍ່ຕູ້, ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດລາວ ໃນການໄປຢ້ຽມຢາມ ແລະ ເຮັດວຽກຢູ່ລາວ (ເດືອນ 4/2018)

ພັກ, ລັດ ແລະ ລັດຖະບານຫວຽດນາມ ຍາມໃດກໍ່ຖືສຳຄັນ ແລະ ໃຫ້ບູລິມະສິດສູງສຸດໃຫ້ແກ່ການປັບປຸງ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ, ລາວ - ຫວຽດນາມ. ແມ່ນອົງການຄຸ້ມຄອງລັດກ່ຽວກັບວຽກງານຊົນເຜົ່າ, ຂໍລັດຖະມົນຕີ, ປະທານໃຫ້ຊາບ, ບັນດາໝາກຜົນທີ່ບັນລຸມາໄດ້ໃນການຮ່ວມມືສາກົນຂົງເຂດວຽກງານຊົນເຜົ່າລະຫວ່າງ ຫວຽດນາມ - ລາວ ເວລາຜ່ານມາ?

ເບິ່ງຄືນໄລຍະທາງປະຫວັດສາດທີ່ສະຫງ່າອົງອາດຜ່ານມາ, ພວກເຮົາມີຄວາມພາກພູມໃຈທີ່ສຸດກ່ຽວກັບຂະ ບວນວິວັດແຫ່ງການກຳເນີດເກີດຂຶ້ນ ແລະ ຂະຫຍາຍຕົວຂອງສາຍພົວພັນພິເສດ, ຫາຍາກລະຫວ່າງສອງ ປະເທດຫວຽດນາມ - ລາວ. ເວລາຜ່ານມາ, ທັງສອງປະເທດຍາມໃດກໍ່ມີຄວາມສະໜັບສະໜູນ ແລະ ຊ່ວຍ ເຫຼືອ, ແບ່ງປັນ, ຮ່ວມມືກັນໃນທຸກຂົງເຂດຢ່າງໝົດຈິດໝົດໃຈ. ຜູ້ນຳທັງສອງພັກ, ສອງລັດໄດ້ຢັ້ງຢືນ, ຈະ ພ້ອມກັນສືບຕໍ່ສູ້ຊົນປະຕິບັດບົດບັນທຶກສະບັບຕ່າງໆ ຂອງການນຳຂັ້ນສູງສອງພັກ, ສອງລັດທີ່ໄດ້ເປັນ ເອກະພາບມາແລ້ວຢ່າງມີໝາກຜົນ; ບັນດາກະຊວງ, ບັນດາຂະແໜງການ, ບັນດາທ້ອງຖິ່ນ ແລະ ບັນດາອົງ ການຈັດຕັ້ງສັງຄົມຂອງທັງສອງປະເທດເພີ່ມທະວີການພົວພັນຮ່ວມມືຮອບດ້ານຫວຽດນາມ - ລາວໃຫ້ຍິ່ງໆຂຶ້ນ.

ພ້ອມກັນອີງຫຼັງໃສ່ສາຍພູຫຼວງ, ມີຊາຍແດນຕິດຈອດຍາວກວ່າ 2300 ກິໂລແມັດ, ໂດຍຜ່ານ 10 ແຂວງຢູ່ແຕ່ ລະປະເທດ, ຫວຽດນາມ - ລາວມີຫຼາຍຈຸດຄ້າຍຄືກັນທາງດ້ານວັດທະນະທຳຂອງວົງຄະນະຍາດຫຼາຍຊົນເຜົ່າ ອ້າຍນ້ອງທີ່ດຳລົງຊີວິດຢູ່ຮ່ວມກັນ. ຫວຽດນາມຍາມໃດກໍ່ຖືສຳຄັນການເພີ່ມທະວີສາຍພົວພັນມິດຕະພາບ, ການ ຮ່ວມມືສາກົນກ່ຽວກັບວຽກງານຊົນເຜົ່າຫວຽດນາມ - ລາວ ເພື່ອແລກປ່ຽນ, ຖອດຖອນບົດຮຽນນຳກັນ. ໃນນັ້ນ, ມີການຮ່ວມມືລະຫວ່າງຄະນະກຳມະການຊົນເຜົ່າກັບຄະນະກຳມະການສູນກາງແນວລາວສ້າງຊາດ ແລະ ກະ ຊວງພາຍໃນຂອງລາວຢ່າງແໜ້ນແຟ້ນ, ພິເສດ ແລະ ຮອບດ້ານ.

ເວລາຜ່ານມາ, ນອກຈາກການແລກປ່ຽນຄະນະຜູ້ແທນເປັນປະຈຳແລ້ວ, ທັງສອງຝ່າຍໄດ້ປະສານງານກັນ ໂຄສະນາປຸກລະດົມຂົນຂວາຍວົງຄະນະຍາດບັນດາຊົນເຜົ່າສ່ວນໜ້ອຍຢູ່ບັນດາແຂວງຊາຍແດນຂອງສອງປະ ເທດໃຫ້ສືບຕໍ່ມີຄວາມຮັບຮູ້ເລິກເຊິ່ງກ່ຽວກັບສາຍພົວພັນພິເສດລະຫວ່າງສອງປະເທດ; ຂ່າວສານກ່ຽວກັບບັນດາ ໂຄງການ, ການເຄື່ອນໄຫວຮ່ວມມືຮອບດ້ານລະຫວ່າງສອງປະເທດຫວຽດນາມ - ລາວ, ນະໂຍບາຍຊົນເຜົ່າ ແລະ ບົດຮຽນປະສົບການກ່ຽວກັບການຫລຸດຜ່ອນຄວາມທຸກຍາກ, ພັດທະນາເສດຖະກິດຂອງວົງຄະນະຍາດ ບັນດາຊົນເຜົ່າທີ່ດຳລົງຊີວິດຢູ່ສອງຟາກຊາຍແດນໄດ້ຮັບການໂຄສະນາເຜີຍແຜ່ຢ່າງກວ້າງຂວາງ, ປະກອບ ສ່ວນເສີມສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ໝັ້ນຄົງ, ຮ່ວມມື ແລະ ພັດທະນາ ເພື່ອຜົນປະໂຫຍດ ຂອງປະຊາຊົນ ແລະ ການພັດທະນາຂອງແຕ່ລະປະເທດ.

ເດືອນ 4/2018, ຂ້າພະເຈົ້າໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ລາວ. ນີ້ແມ່ນການໄປຢ້ຽມຢາມລາວ ຄັ້ງທຳອິດ ຂອງຂ້າພະເຈົ້າໃນຖານະເປັນລັດຖະມົນຕີ, ປະທານຄະນະກຳມະການຊົນເຜົ່າ. ພວກຂ້າພະເຈົ້າໄດ້ຫັນເປັນລະ ອຽດບັນດາເນື້ອໃນທີ່ໄດ້ລະບຸໄວ້ຢູ່ໃນບົດບັນທຶກການຮ່ວມມືລະຫວ່າງອົງການປະຕິບັດວຽກງານຊົນເຜົ່າຂອງທັງສອງປະເທດ. ສອງຝ່າຍໄດ້ເປັນເອກະພາບສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວຮ່ວມມືຕາມທິດເປັນລະອຽດ ແລະ ມີເນື້ອແທ້ກວ່າ; ພ້ອມກັນສຸມໃສ່ແກ້ໄຂບັນດາບັນຫາທີ່ທັງສອງຝ່າຍມີຄວາມສົນໃຈ, ພິເສດແມ່ນການ ແບ່ງປັນປະສົບການໃນການຫລຸດຜ່ອນຄວາມທຸກຍາກ, ພັດທະນາຍືນຍົງຢູ່ເຂດປະຊາຊົນຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ.

ຫຼັງຈາກການໄປຢ້ຽມຢາມລາວກັບມາ, ຄະນະກຳມະການຊົນເຜົ່າໄດ້ຜັນຂະຫຍາຍວຽກງານຈຳນວນໜຶ່ງ ເພື່ອ ຫັນເປັນລະອຽດຕາມຄຳໝັ້ນສັນຍາ. ເຫດການກອງປະຊຸມສຳມະນາແບ່ງປັນປະສົບການວຽກງານຊົນເຜົ່າ; ງານພົບປະແລກປ່ຽນປະຊາຊົນລະຫວ່າງຜູ້ແທນຊົນເຜົ່າສ່ວນໜ້ອຍ, ຜູ້ຊົງຄຸນວຸດທິທີ່ດຳລົງຊີວິດລຽບຕາມຊາຍ ແດນຫວຽດນາມ - ລາວທີ່ໄດ້ຈັດຂຶ້ນຢູ່ແຂວງເຫງະອານ (ແຕ່ວັນທີ 05-07/12/2019) ເປັນໜຶ່ງໃນຫຼາຍເຫດ ການທີ່ພິສູດໃຫ້ການຮ່ວມມືນີ້ຢ່າງມີຊີວິດຊີວາ. ເຫດການນີ້ປະກອບສ່ວນເສີມສ້າງຄວາມສາມັກຄີ, ມິດຕະພາບ ລະຫວ່າງສອງປະເທດໃຫ້ນັບມື້ນັບໝັ້ນແກ່ນຍິ່ງໆຂຶ້ນ.

ສາມາດຢັ້ງຢືນໄດ້ວ່າ, ການຮ່ວມມືໃນຂົງເຂດວຽກງານຊົນເຜົ່າລະຫວ່າງສອງປະເທດຫວຽດນາມ - ລາວໄດ້ ແລະ ກຳລັງເຂົ້າສູ່ລວງເລິກ, ມີປະສິດທິຜົນກວ່າ, ມີເນື້ອແທ້ກວ່າ. ໃນຕໍ່ໜ້ານີ້, ຄະນະກຳມະການຊົນເຜົ່າຈະມີ ບັນດາວິທີການແກ້ໄຂຫຍັງແດ່ ເພື່ອສືບຕໍ່ຫັນເປັນລະອຽດເນື້ອໃນຮ່ວມມື, ຮຽນລັດຖະມົນຕີ, ປະທານ?

ຫວ່າງແລ້ວນີ້, ກົມການເມືອງໄດ້ປະກາດໃຊ້ບົດສະຫລຸບສະບັບເລກທີ 65-ສຫຼ/ສກ ລົງວັນທີ 30/10/2019 ກ່ຽວກັບການສືບຕໍ່ປະຕິບັດມະຕິຂອງຄະນະບໍລິຫານງານສູນກາງພັກສະໄໝທີ IX ສະບັບເລກທີ 24-ມຕ/ສກ ວ່າດ້ວຍວຽກງານຊົນເຜົ່າໃນສະພາບການໃໝ່. ສະພາແຫ່ງຊາດຫວຽດນາມ ໄດ້ປະກາດໃຊ້ມະຕິສະບັບເລກທີ 88/2019/ສພ14 ວ່າດ້ວຍການຮັບຮອງເອົາແຜນແມ່ບົດພັດທະນາເສດຖະກິດ - ສັງຄົມເຂດປະຊາຊົນຊົນເຜົ່າ ສ່ວນໜ້ອຍ ແລະ ເຂດພູດອຍ, ຕາມນັ້ນລັດຖະບານຈະສ້າງໂຄງການເປົ້າໝາຍແຫ່ງຊາດພັດທະນາເສດຖະ ກິດ - ສັງຄົມເຂດປະຊາຊົນຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍໄລຍະ 2021 - 2030. ເຫດການນີ້ເປັນ ຂີດໝາຍໃໝ່ອັນໜຶ່ງຢູ່ໃນປະຫວັດສາດວຽກງານຊົນເຜົ່າ ແລະ ປະຕິບັດນະໂຍບາຍຊົນເຜົ່າຂອງຫວຽດນາມ. ໂຄງການເປົ້າໝາຍແຫ່ງຊາດປະກອບມີ 10 ໂຄງການຍ່ອຍ, ປົກຄຸມບັນດາດ້ານຂອງຊີວິດສັງຄົມທັງໝົດ.

ໃນຕໍ່ໜ້ານີ້, ພວກຂ້າພະເຈົ້າຈະສືບຕໍ່ປະສານສົມທົບກັບປະເທດເພື່ອນລາວຢ່າງແໜ້ນແຟ້ນ ເພື່ອຊ່ວຍເຫຼືອ ທາງດ້ານເຕັກນິກ; ຍູ້ແຮງບັນດາການເຄື່ອນໄຫວຮ່ວມມືໃຫ້ເຂົ້າສູ່ລວງເລິກ, ແທດເໝາະກັບຕົວຈິງກວ່າ. ນອກຈາກການຈັດຕັ້ງບັນດາຄະນະຜູ້ແທນໄປມາຢ້ຽມຢາມ, ແລກປ່ຽນ, ຖອດຖອນບົດຮຽນນຳກັນແລ້ວ, ຄະນະ ກຳມະການຊົນເຜົ່າຈະສືບຕໍ່ປະຕິບັດໂຄງການບຳລຸງຄວາມຮູ້ກ່ຽວກັບວຽກງານຊົນເຜົ່າໃຫ້ແກ່ພະນັກງານຂອງ ເພື່ອນລາວ. ທັງສອງຝ່າຍຈະສືບຕໍ່ເພີ່ມທະວີການຮ່ວມມື, ປະສານງານກັນຄົ້ນຄວ້າ, ຈັດຕັ້ງກອງປະຊຸມສຳມະ ນາວິທະຍາສາດກ່ຽວກັບນະໂຍບາຍຊົນເຜົ່າ. ພ້ອມກັນນັ້ນ, ຈັດຕັ້ງກອງປະຊຸມສຳມະນາ ແລະ ການໄປທັດສະ ນະສຶກສາຄັ້ງຕ່າງໆໃຫ້ແກ່ພະນັກງານຂັ້ນສູງ ແລະ ພະນັກງານຂອງລາວ ໃນການກໍ່ສ້າງຊົນນະບົດແບບໃໝ່ຢູ່ ເຂດປະຊາຊົນຊົນເຜົ່າສ່ວນໜ້ອຍຂອງຫວຽດນາມ. ຄຽງຄູ່ກັນນັ້ນ, ເພີ່ມທະວີການຮ່ວມມືນຳໃຊ້ເຕັກໂນໂລຊີຂໍ້ ມູນຂ່າວສານ, ສ້າງຖານຂໍ້ມູນກ່ຽວກັບນະໂຍບາຍຊົນເຜົ່າ ແລະ ຊົນເຜົ່າສ່ວນໜ້ອຍຂອງລາວ ກໍ່ຄືການນຳໃຊ້ ເຊື່ອມຕໍ່ໜູນຊ່ວຍການສ້າງອາຊີບໃໝ່ໂດຍອີງໃສ່ຄວາມສາມາດບົ່ມຊ້ອນຂອງປະຊາຊົນຊົນເຜົ່າສ່ວນໜ້ອຍ. ພິເສດ, ເພີ່ມທະວີບັນດາກິດຈະກຳເຄື່ອນໄຫວພົບປະແລກປ່ຽນປະຊາຊົນ, ພົບປະແລກປ່ຽນລະຫວ່າງຖັນແຖວ ຜູ້ຊົງຄຸນວຸດທິ, ປັນຍາຊົນຄົນຊົນເຜົ່າສ່ວນໜ້ອຍ… ຢູ່ເຂດຊາຍແດນລະຫວ່າງສອງປະເທດ.

ຕົວຈິງໃຫ້ເຫັນວ່າ, ໜຶ່ງໃນບັນດາກິດຈະກຳຮ່ວມມືໃນຂົງເຂດວຽກງານຊົນເຜົ່າລະຫວ່າງຫວຽດນາມ ແລະ ລາວ ທີ່ໄດ້ຄະນະກຳມະການຊົນເຜົ່າມີຄວາມເອົາໃຈໃສ່ທີ່ສຸດນັ້ນແມ່ນເພີ່ມທະວີການພົບປະແລກປ່ຽນລະຫວ່າງບັນດາຊົນເຜົ່າທີ່ດຳລົງຊີວິດຢູ່ລຽບຕາມຊາຍແດນ. ຂໍລັດຖະມົນຕີ, ປະທານໃຫ້ຊາບຄວາມໝາຍຂອງກິດຈະກຳນີ້?

ວົງຄະນະຍາດບັນດາຊົນເຜົ່າທີ່ດຳລົງຊີວິດຢູ່ລຽບຕາມຊາຍແດນຫວຽດນາມ - ລາວ ແມ່ນໜຶ່ງໃນບັນດາ ອັດຕະພາບຢູ່ໃນສາຍພົວພັນອັນສະໜິດສະໜົມ, ຕິດພັນກັນຂອງສອງປະເທດ. ສາຍພົວພັນພິເສດ, ມີໜຶ່ງບໍ່ມີ ສອງນັ້ນ, ເລີ່ມມາຈາກຄວາມໃກ້ຊິດໃນດ້ານພູມສາດ, ແມ່ນການຮ່ວມມືອັນແໜ້ນແຟ້ນ ແລະ ຊ່ວຍເຫຼືອເຊິ່ງ ກັນ ແລະ ກັນໃນຂະບວນການສ້າງສາ ແລະ ປົກປັກຮັກສາປະເທດຊາດ. ໂດຍຜ່ານການຂຶ້ນໆລົງໆ ຂອງ ປະຫວັດສາດຈັກວ່າເທົ່າໃດເທື່ອ, ສາຍພົວພັນພິເສດດັ່ງກ່າວໄດ້ທັງສອງປະເທດເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ, ກາຍເປັນສັນຍາລັກເປັນແບບຢ່າງ, ບໍລິສຸດຜຸດຜ່ອງ, ຂາວສະອາດ, ໝັ້ນຄົງຂະໜົງແກ່ນ, ຫາຍາກຢູ່ໃນການ ພົວພັນສາກົນ.

ການເພີ່ມທະວີພົບປະແລກປ່ຽນລະຫວ່າງບັນດາຊົນເຜົ່າທີ່ດຳລົງຊີວິດລຽບຕາມຊາຍແດນຫວຽດນາມ - ລາວ ແມ່ນກິດຈະກຳເຄື່ອນໄຫວທີ່ແທດເໝາະກັບຕົວຈິງ, ມີຄວາມໝາຍປະກອບສ່ວນເສີມສ້າງຄວາມສາມັກຄີ, ມິດຕະພາບລະຫວ່າງບັນດາຊົນເຜົ່າໃຫ້ຍິ່ງໆຂຶ້ນ, ພ້ອມກັນພັດທະນາເສດຖະກິດ; ສ້າງຊີວິດອີ່ມໜຳສຳລານ, ຊາຍແດນສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ ເພື່ອຊີວິດອີ່ມໜຳສຳລານ, ຜາສຸກຂອງປະຊາ ຊົນທັງສອງປະເທດ.

ພວກເຮົາຢັ້ງຢືນອີກເທື່ອໜຶ່ງວ່າ, ມິດຕະພາບສອງປະເທດຫວຽດນາມ - ລາວອ້າຍນ້ອງເວລາໃດກໍ່ບໍລິສຸດຜຸດ ຜ່ອງ, ສະເໝີຕົ້ນສະເໝີປາຍ; ໄດ້ຮັບການສ້າງຕັ້ງມາແຕ່ດົນນານ, ໂດຍຜ່ານຄວາມລຳບາກຍາກເຂັນ, ສິ່ງທົດ ສອບຈັກວ່າທໍ່ໃດ; ໄດ້ສ້າງຂຶ້ນດ້ວຍເຈດຈຳນົງ, ກຳລັງແຮງຂອງທັງສອງຊາດ, ດ້ວຍຄວາມເຊື່ອໝັ້ນຂອງໝາກ ຫົວໃຈທີ່ຮັກຊາດເປັນຫຼາຍຮ້ອຍລ້ານ, ໝົດຈິດໝົດໃຈຂອງປະຊາຊົນຫວຽດນາມ - ລາວ; ເລືອດເນື້ອຂອງປະ ຊາຊົນສອງຊາດໄດ້ໄຫຼຫຼັ່ງລົງພື້ນດິນ ເພື່ອຍາດເອົາເອກະລາດແຫ່ງຊາດ, ພ້ອມກັນປົກປັກຮັກສາ ແລະ ສ້າງ ສາພູມີປະເທດອັນສວຍສົດງົດງາມຂອງສອງປະເທດໃຫ້ນັບມື້ນັບຮັ່ງມີສວຍງາມ. ຄະນະກຳມະການຊົນເຜົ່າຈະ ຖືເປັນສຳຄັນຢູ່ສະເໝີ ແລະ ໃຫ້ການບູລິມະສິດສູງສຸດແກ່ການປັບປຸງ ແລະ ເສີມຂະຫຍາຍການພົວພັນພິເສດ ກັບລາວ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ - ລາວ, ລາວ - ຫວຽດນາມ, “ຮົ່ງຮ່າທັງແມ່ນຂອງ ບໍ່ເລິກປຸນປານໄດ້”.

ຂໍຂອບໃຈລັດຖະມົນຕີ, ປະທານຄະນະກຳມະການຊົນເຜົ່າ!

Từ khóa
Tin liên quan
Tin khác