ເສີມຂະຫຍາຍບົດບາດຂອງຜູ້ຊົງຄຸນວຸດທິໃນຊຸມຊົນບັນດາຊົນເຜົ່າສ່ວນໜ້ອຍລຽບຕາມເສັ້ນຊາຍແດນ ຫວຽດນາມ - ລາວ

08:59 AM 11/01/2021 |   Lượt xem: 1024 |   In bài viết | 

ໃນໄລຍະຂໍ້ມູນຂ່າວສານໄດ້ແຜ່ຂະຫຍາຍຢ່າງວ່ອງໄວທີສຸດ, ການຮ່ວມສຳພັນໃນສັງຄົມໂດຍຜ່ານລະ ບົບອິນເຕີເນັດຖືກກຳລັງສັດຕູຕ່າງໆສວຍໃຊ້ຢ່າງຫຼວງຫຼາຍ, ຖ່າຍທອດບັນດາຂໍ້ມູນຂ່າວສານທີ່ມີຜົນຮ້າຍ, ລົງ ຂ່າວບໍ່ມີມູນຄວາມຈິງ, ເສກສັນປັ້ນແຕ່ງ, ບິດເບືອນຄວາມຈິງ, ຍຸແຫຍ່ປະຊາຊົນທີ່ດຳລົງຊີວິດລຽບຕາມເສັ້ນ ຊາຍແດນ ລາວ - ຫວຽດນາມດ້ວຍຫຼາຍຮູບການທີ່ແຕກຕ່າງກັນ ແນໃສ່ເຮັດໃຫ້ຄວາມເຊື່ອໝັ້ນຫວັ່ນໄຫວ, ມີ ຄວາມຮັບຮູ້ ຄຸມເຄືອ, ຂາດຄວາມເຊື່ອໝັ້ນຕໍ່ລະບອບ, ຕໍ່ພັກ ແລະ ລັດ; ແນໃສ່ແບ່ງແຍກຄວາມມິດຕະພາບ ສະໜິດຕິດແໜ້ນລະຫວ່າງ ລາວ - ຫວຽດນາມໃນຕະຫຼອດຂະບວນວິວັດແຫ່ງປະຫວັດສາດການຕໍ່ສູ້, ປົກປັກ ຮັກສາພື້ນຖານຄວາມສັນຕິພາບຂອງສອງປະເທດ, ສອງຊົນຊາດ.

ສະນັ້ນ, ການເສີມຂະຫຍາຍບົດບາດຜູ້ຊົງຄຸນວຸດທິໃນປະຊາຊົນຊົນເຜົ່າສ່ວນໜ້ອຍ ແນໃສ່ເຮັດໃຫ້ປະ ຊາຊົນຊົນເຜົ່າສ່ວນໜ້ອຍແຕ່ລະຄົນຢູ່ເຂດຊາຍແດນທີ່ຕິດກັບປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ໂຄສະນາ, ປຸກລະດົມໃຫ້ແກ່ປະຊາຊົນບັນດາຊົນເຜົ່າຢູ່ເຂດຊາຍແດນມີຄວາມເຂົ້າໃຈກ່ຽວກັບແຜນນະ ໂຍບາຍ, ນະໂຍບາຍ, ກົດໝາຍຂອງສອງຊາດໃນຂົງເຂດເສດຖະກິດ, ສັງຄົມ, ຄວາມສະຫງົບ ແລະ ຄວາມ ເປັນລະບຽບຮຽບຮ້ອຍເຂດຊາຍແດນຢ່າງຈະແຈ້ງ; ພ້ອມດຽວກັນນັ້ນ, ໄດ້ເປັນເຄື່ອງ “ກຳບັງ” ໃຫ້ແກ່ປະຊາ ຊົນບັນດາຊົນເຜົ່າຢູ່ເຂດຊາຍແດນ ບໍ່ຖືກກຳລັງສັດຕູຕ່າງໆ ໂຄສະນາ, ຍຸແຫຍ່ ແລະ ແກ່ດຶງ.

ໃນການປຸກລະດົມປະຊາຊົນສະກັດກັ້ນ ແລະ ຕ້ານອາດຊະຍາກຳ ແລະ ປາກົດການຫຍໍ້ທໍ້ທາງສັງ ຄົມ, ບັນດາຜູ້ຊົງຄຸນວຸດທິໄດ້ມີການປະກອບສ່ວນເຂົ້າໃນການສ້າງຕັ້ງກຸ່ມຮ່ວມສຳພັນຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ໜ່ວຍຊາວໜຸ່ມປະຈັນບານ, ຊາວໜຸ່ມຄັນທຸງສີແດງ ແລະ ສະໂມສອນ ກົດໝາຍຕ່າງໆ ຢູ່ບັນດາຕາແສງ, ບ້ານ, ເຂດຊຸມຊົນ, ໂຄສະນາສຶກສາໃຫ້ແກ່ສະມາຊິກຊາວໜຸ່ມ, ເຍົາວະຊົນ ກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານອາດຊະຍາກຳ ແລະ ປາກົດການຫຍໍ້ທໍ້ທາງສັງຄົມຢ່າງຫຼວງຫຼາຍ, ເຂົ້າຮ່ວມການແກ້ໄຂເລື່ອງຕ່າງໆ ທີ່ເກີດຂຶ້ນຢູ່ຮາກຖານຢ່າງຕັ້ງໜ້າ, ບໍ່ໃຫ້ມີການຜັນແປອັນສັບສົນກ່ຽວກັບ ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ.

ຖັນແຖວຜູ້ຊົງຄຸນວຸດທິກໍໄດ້ປະຕິບັດວຽກງານປຸກລະດົມປະຊາຊົນພາຍໃນບ້ານ, ຄອບຄົວ, ອ້າຍເອື້ອຍ ນ້ອງທີ່ເປັນພີ່ນ້ອງໃຫ້ຄຳໝັ້ນສັນຍາບໍ່ປູກ, ທ້ອນໂຮມ,  ຂົນສົ່ງ, ຄ້າຂາຍ, ນຳໃຊ້ຜິດກົດໝາຍຢາເສບຕິດໄດ້ ເປັນຢ່າງດີ, ປະກອບສ່ວນເຂົ້າໃນການປະຕິບັດຄຳສັ່ງຕ່າງໆ ຂອງແຂວງ ເຊີນລາໄດ້ເປັນຢ່າງດີ. ຄຽງຄູ່ກັນ ນັ້ນ, ບັນດາຜູ້ຊົງຄຸນວຸດທິຍັງໄດ້ເຂົ້າຮ່ວມການປະຕິບັດການປຸກລະດົມ “ທົ່ວປວງຊົນສາມັກຄີກັນສ້າງຊີວິດ ໃໝ່ຢູ່ເຂດຊຸມຊົນ”, ໄດ້ປະກອບສ່ວນອັນຕັ້ງໜ້າເຂົ້າໃນການສູ້ຊົນສ້າງຄອບຄົວວັດທະນະທຳ, ຮັກສາບ້ານ ເມືອງທີ່ສວຍງາມ, ຮັບປະກັນຄວາມສະອາດຂອງສິ່ງແວດລ້ອມ, ເຮັດໃຫ້ຮີດຄອງປະເພນີທີ່ຫຼ້າຫຼັງຖືກຫລຸດລົງ, ລົບລ້າງການເຊື່ອຖືແບບງົມງວາຍ. ບົນພື້ນຖານບັນດາຜົນງານໃນຊຸມປີຜ່ານມາ, ບັນດາບຸກຄົນກໍໄດ້ພະແນກ ການ, ຂະແໜງການ ແລະ ອົງການປົກຄອງຂັ້ນຕ່າງໆ ມີການຍ້ອງຍໍສັນລະເສີນຍ້ອນມີບັນດາການປະກອບ ສ່ວນອັນຕັ້ງໜ້າເຂົ້າໃນຂະບວນການຮັກສາຄວາມສະຫງົບຂອງປະເທດຊາດເປັນຈຳນວນຫຼວງຫຼາຍ. ແຕ່ລະປີ, ແຂວງ ເຊີນລາ ໄດ້ຈັດກອງປະຊຸມຍ້ອງຍໍ, ສັນລະເສີນຕ່າງໆ ແນໃສ່ເປັນກຳລັງໃຈໃຫ້ແກ່ຜູ້ຊົງຄຸນວຸດທິ, ຜູ້ດີ ເດັ່ນໃນປະຊາຊົນຊົນເຜົ່າສ່ວນໜ້ອຍຢ່າງທັນການ ແລະ ຈັດການໄປຢ້ຽມຢາມນະຄອນຫຼວງ ຮ່າໂນ້ຍ, ລາຍ ງານຜົນງານຕໍ່ການນຳພັກ, ລັດ ແລະ ກະຊວງ, ຂະແໜງການສູນກາງຕ່າງໆ; ທ່ຽວຊົມ, ຮຽນເອົາຮູບຕົວແບບ ທີ່ມີຄວາມກ້າວໜ້າກ່ຽວກັບການພັດທະນາເສດຖະກິດ - ສັງຄົມພາຍໃນແຂວງ ແລະ ຕ່າງແຂວງ.

ໂດຍໄດ້ຮັບຮູ້ເຖິງທີ່ຕັ້ງ ແລະ ຄວາມສຳຄັນຂອງຜູ້ຊົງຄຸນວຸດທິໃນປະຊາຊົນຊົນເຜົ່າສ່ວນໜ້ອຍຕໍ່ການ ພັດທະນາເສດຖະກິດ - ສັງຄົມຂອງແຂວງກໍຄືຮັກສາຄວາມມິດຕະພາບລະຫວ່າງປະຊາຊົນທີ່ດຳລົງຊີວິດລຽບ ຕາມເສັ້ນຊາຍແດນ ລາວ - ຫວຽດນາມ ໃນຊຸມປີຜ່ານມາໄດ້ປະກອບສ່ວນເຂົ້າໃນການຮັກສາຄວາມສະຫງົບ ດ້ານການເມືອງ - ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢ່າງແໜ້ນແຟ້ນ, ສ້າງເງື່ອນ ໄຂສະດວກ ເພື່ອປະຕິບັດບັນດາແຜນນະໂຍບາຍ, ແນວທາງ, ນະໂຍບາຍພັດທະນາເສດຖະກິດ - ສັງຄົມ ຂອງພັກ, ລັດຢູ່ແຂວງ ເຊີນລາຢ່າງມີໄຊ.

Từ khóa
Tin liên quan
Tin khác