ຫວຽດນາມ - ລາວ: ປະສານສົມທົບໃນການເສີມສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ

08:53 AM 11/01/2021 |   Lượt xem: 447 |   In bài viết | 

 ອີງຕາມບົດບັນທຶກການຮ່ວມມືລະຫວ່າງຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດ ນາມ ແລະ ຄະນະກໍາມະການສູນກາງແນວລາວສ້າງຊາດ. ສອງຝ່າຍໄດ້ມີການປະສານງານຈັດກອງປະ ຊຸມສາກົນກ່ຽວກັບການສ້າງເສັ້ນຊາຍແດນທີ່ມີຄວາມສັນຕິພາບ, ມິດຕະພາບບົນພື້ນຖານຈຸດປະສົງແມ່ນ ປຸກລະດົມປະຊາຊົນບັນດາທ້ອງຖິ່ນທີ່ມີເສັ້ນຊາຍແດນຮ່ວມກັນມີຄວາມສາມັກຄີ, ຮ່ວມມື, ຊ່ວຍເຫຼືອເຊິ່ງ ກັນ ແລະ ກັນໃນທຸກດ້ານ, ຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍເສັ້ນຊາຍແດນ, ພ້ອມກັນສ້າງເສັ້ນຊາຍແດນທີ່ມີຄວາມສັນຕິພາບ, ມິດຕະພາບລະຫວ່າງ ລາວ - ຫວຽດນາມ. ກອງປະຊຸມ ໄດ້ຈັດຂຶ້ນຄັ້ງທຳອິດແມ່ນໃນປີ 2012 ທີ່ນະຄອນເຫວ້ ສສ ຫວຽດນາມ, ໃນນັ້ນ, ການຈັດກອງປະຊຸມໄດ້ ສັບປ່ຽນກັນ. ປີ 2014, ກອງປະຊຸມຄັ້ງທີສອງໄດ້ຈັດຢູ່ແຂວງຄຳມ່ວນ ສປປ ລາວ; ປີ 2017, ກອງປະ ຊຸມຄັ້ງທີສາມໄດ້ຈັດຢູ່ແຂວງ ກວ໋າງບິ່ງ ສສ ຫວຽດນາມ; ຄາດຄະເນວ່າ ໃນປີ 2020, ກອງປະຊຸມຄັ້ງທີ ຫ້າຈະໄດ້ຈັດຢູ່ ສປປ ລາວ.

ກອງປະຊຸມຕ່າງໆ ລ້ວນແຕ່ໄດ້ອອກບົດຖະແຫຼງການຮ່ວມລະຫວ່າງສອງຝ່າຍ, ຈາກນັ້ນ, ບັນດາ ທ້ອງຖິ່ນທີ່ມີເສັ້ນຊາຍແດນຮ່ວມກັນລະຫວ່າງສອງຝ່າຍໄດ້ເຊັນສັນຍາໝັ້ນໝາຍແຂ່ງຂັນການປະຕິບັດບົດ ຖະແຫຼງການຮ່ວມນຳກັນ. ເນື້ອໃນຈຳນວນໜຶ່ງທີ່ສອງຝ່າຍໄດ້ເອກະພາບກັນໃນການຕີລາຄາແມ່ນຄືດັ່ງນີ້:

+ ສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງແນວໂຮມປະເທດຊາດບັນດາແຂວງຂອງ ຫວຽດ ນາມ ແລະ ບັນດາແຂວງທີ່ມີເສັ້ນຊາຍແດນຮ່ວມກັນຂອງ ລາວນັບມື້ນັບໄດ້ຮັບການປັບປຸງ ແລະ ພັດທະ ນາຢ່າງດີງາມ; ສອງຝ່າຍໄດ້ມີການຈັດສົ່ງບັນດາຄະນະປະຕິບັດງານຢ່າງເປັນປະຈຳ ແນໃສ່ສົ່ງຂ່າວໃຫ້ກັນ ກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ, ໝາກຜົນການເຄື່ອນໄຫວຂອງແນວໂຮມສອງແຂວງ ແລະ ຕີລາຄາໝາກຜົນການປະຕິບັດບົດບັນທຶນຊ່ວຍຈຳທີ່ໄດ້ລົງລາຍເຊັນນຳກັນ; ຈັດສົ່ງບັນດາຄະນະຜູ້ ແທນຂັ້ນສູງໄປຢ້ຽມຢາມ ແລະ ອວຍພອນເນື່ອງໃນໂອກາດວັນບຸນໃຫຍ່, ເຫດການສຳຄັນຕ່າງໆ.

+ ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມພ້ອມກັບອຳນາດການປົກຄອງ, ບັນດາພະ ແນກການ, ຄະນະ, ຂະແໜງການຕ່າງໆຂອງ 10 ແຂວງແຫ່ງ ສສ ຫວຽດນາມທີ່ມີເສັ້ນຊາຍແດນຮ່ວມ ກັນກັບ ສປປ ລາວ ໄດ້ມີການປະສານງານໃນການຂະຫຍາຍສາຍພົວພັນອັນແໜ້ນແຟ້ນກັບບັນດາທ້ອງ ຖິ່ນຂອງລາວໃນທຸກຂົງເຂດຮ່ວມມືກ່ຽວກັບການພັດທະນາເສດຖະກິດ, ການຄ້າການລົງທຶນ, ສົ່ງເສີມປະ ຊາຊົນສອງຝ່າຍມີການແລກປ່ຽນສິນຄ້າ, ຫຼີກເວັ້ນບໍ່ໃຫ້ເກີດຂໍ້ຂັດແຍ່ງ, ແກ້ງແຍ້ງກັນໃນການຄ້າຂາຍຢ່າງ ຕັ້ງໜ້າ ແລະ ຊ່ວຍປະຊາຊົນຄ້າຂາຍໃຫ້ຖືກຕາມກົດໝາຍ, ຮ່ວມມືໃນຂົງເຂດສຶກສາ - ກໍ່ສ້າງໂດຍຜ່ານ ການຮັບກໍ່ສ້າງພາສາຫວຽດ ແລະ ຕາມຂະແໜງການລະບົບປະລິນຍາຕີ, ຊັ້ນສູງ, ຊັ້ນກາງ ແລະ ຊັ້ນສູງ ວິຊາຊີບໃຫ້ແກ່ພະນັກງານ, ນັກສຶກສາບັນດາແຂວງຂອງລາວ, ບັນດານັກສຶກສາ, ພະນັກງານຫຼັງຈາກຮຽນ ຈົບແລ້ວ ສ່ວນຫຼາຍແມ່ນກັບໄປເຮັດວຽກຢູ່ແຂວງ ໄດ້ປະກອບສ່ວນອັນຕັ້ງໜ້າໃຫ້ແກ່ການຊຸກຍູ້ສາຍພົວພັນ ມິດຕະພາບ, ການຮ່ວມມືລະຫວ່າງສອງຝ່າຍ; ການຮ່ວມມືໃນຂົງເຂດສາທາລະນະສຸກລະຫວ່າງສອງຝ່າຍ ກໍໄດ້ມີການແລກປ່ຽນບົດຮຽນ ແລະ ມີການປະສານງານໃນວຽກງານສະກັດກັ້ນ, ກັນພະຍາດ ແລະ ເບິ່ງ ແຍງດູແລສຸຂະພາບຂອງປະຊາຊົນເຂດຊາຍແດນຢ່າງເປັນປະຈຳ; ຮ່ວມມື, ສ້າງສັນວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ; ຮ່ວມມືກ່ຽວກັບວິທະຍາສາດເຕັກໂລໂນຢີ ແລະ ຄົມມະນາຄົມການຂົນສົ່ງ.

+ ສະພາບການປ້ອງກັນຊາດ - ປ້ອງກັນຄວາມສະຫງົບເຂດຊາຍແດນລະຫວ່າງບັນດາແຂວງຊາຍ ແດນສອງຊາດ ລາວ - ຫວຽດນາມ ຍາມໃດກໍມີຄວາມໝັ້ນຄົງ, ລະບົບເສັ້ນຊາຍແດນ, ຫຼັກໝາຍຊາຍ ແດນໄດ້ຮັບການຮັກສາຢ່າງໝັ້ນຄົງ; ສອງຝ່າຍໄດ້ມີການປະສານງານອັນແໜ້ນແຟ້ນໃນການແກ້ໄຂເລື່ອງ ຕ່າງໆ ທີ່ເກີດຂຶ້ນຢູ່ເຂດຊາຍແດນຢ່າງວ່ອງໄວ ແລະ ທັນການ, ຮັກສາວຽກງານປະສານງານໃນການລາດ ຕະເວນກວດການສອງຝ່າຍ ເພື່ອປ້ອງກັນຊາຍແດນ, ຫຼັກໝາຍຊາຍແດນໄດ້ເປັນຢ່າງດີ; ປະສານງານນຳ ກັນໃນການຈັດການໂຄສະນາກ່ຽວກັບແຜນນະໂຍບາຍ, ນະໂຍບາຍຂອງພັກ, ກົດໝາຍຂອງລັດ, ພິເສດ ແມ່ນການປະຕິບັດສັນຍາວ່າດ້ວຍກົດລະບຽບຊາຍແດນ ລາວ - ຫວຽດນາມຢ່າງເຂັ້ມງວດ. ແນວໂຮມປະ ເທດຊາດ ຫວຽນາມບັນດາແຂວງເຂດຊາຍແດນ ລາວ - ຫວຽດນາມ ຍັງມີການປະສານງານກັບກຳລັງ ປ້ອງກັນຄວາມສະຫງົບ, ພາສີ, ກວດກາປ່າໄມ້, ທະຫານຊາຍແດນຢ່າງແໜ້ນແຟ້ນ ເພື່ອປຸກລະດົມປະຊາ ຊົນໃນການກວດພົບ, ກ່າວຟ້ອງ, ສະໜອງຂໍ້ມູນຂ່າວສານ ແນໃສ່ສະກັດກັ້ນອາດຊະຍາກຳປະເພດຕ່າງໆ ໃນເຂດຊາຍແດນ.

ຄຽງຄູ່ກັນນັ້ນ, ຍ້ອນມີການຊ່ວຍເຫຼືອຂອງ ສປປ ລາວຢ່າງສຸດໃຈ ຈິ່ງເຮັດໃຫ້ວຽກງານຊອກຫາ, ເກັບກູ້ອັດຖິນັກຮົບເສຍຊີວິດຂອງທະຫານອາສາສະໝັກ ຫວຽດນາມທີ່ເສຍຊີວິດໃນໄລຍະສົງຄາມຢູ່ລາວ ໄດ້ດຳເນີນດ້ວຍຄວາມສະດວກ. 

Từ khóa
Tin liên quan
Tin khác