ຫວຽດນາມ - ລາວ ຍູ້ແຮງການຮ່ວມມືກ່ຽວກັບວຽກງານຊົນເຜົ່າ

09:23 AM 11/01/2021 |   Lượt xem: 1518 |   In bài viết | 

ໃນການພົບປະແລກປ່ຽນທາງການຢູ່ສຳນັກງານຄະນະກຳມະການສູນກາງແນວລາວສ້າງຊາດ, ສະຫາຍ ນາງ ຮວ່າງທິແຮ້ງ, ຮອງລັດຖະມົນຕີ, ຮອງປະທານຄະນະກຳມະການຊົນເຜົ່າຫວຽດນາມ ແລະ ສະຫາຍ ເຍ່ຍເກີຢາ ໜໍ່ຈໍ່ຈົງຕົວ, ຮອງປະທານຄະນະກຳມະການສູນກາງແນວລາວສ້າງຊາດ ໄດ້ພ້ອມກັນສະຫລຸບ ແລະ ຕີລາຄາຄືນບັນດາໝາກຜົນການຮ່ວມມືໃນຂົງເຂດວຽກງານຊົນເຜົ່າໄລຍະຜ່ານມາ. ສອງຝ່າຍກໍ່ໄດ້ປຶກສາ ຫາລືແລກປ່ຽນ ແລະ ເປັນເອກະພາບສູງໃນທັດສະນະ, ແຜນນະໂຍບາຍ ແລະ ແຜນການຮ່ວມມືລະຫວ່າງ ສອງອົງການໃນຕໍ່ໜ້າ. ຕາງໜ້າການນຳຄະນະກຳມະການຊົນເຜົ່າຫວຽດນາມ, ສະຫາຍ ນາງ ຮວ່າງທິແຮ້ງ, ຮອງລັດຖະມົນຕີ, ຮອງປະທານ ໄດ້ແລກປ່ຽນກ່ຽວກັບບົດບາດ ແລະ ລະດັບຄວາມສຳຄັນຂອງການຮັກສາ ສາຍພົວພົນແບບພິເສດລະຫວ່າງວົງຄະນະຍາດບັນດາຊົນເຜົ່າສ່ວນໜ້ອຍຫວຽດນາມ ແລະ ປະຊາຊົນລາວ ບັນດາເຜົ່າທີ່ດຳລົງຊີວິດຢູ່ລຽບຕາມຊາຍແດນຍາວກວ່າ 2.340 ຫຼັກລະຫວ່າງສອງປະເທດ.

ຢ້ຳຄືນບັນດາເຫດການຮ່ວມມືເໝືອນດັ່ງຂີດໝາຍໃຫ້ແກ່ສາຍພົວພັນຫວຽດນາມ - ລາວ ກ່ຽວກັບວຽກງານຊົນ ເຜົ່າ, ສະຫາຍ ເຍ່ຍເກີຢາ ໜໍ່ຈໍ່ຈົງຕົວ ຕີລາຄາສູງຫົວຄິດປະດິດສ້າງຂອງຫວຽດນາມ ໃນການຈັດຕັ້ງກອງປະ ຊຸມພາກພື້ນອາຊຽນ ແນໃສ່ແບ່ງປັນບົດຮຽນກ່ຽວກັບວຽກງານຊົນເຜົ່າໃນປີ 2017. ສະຫາຍ ເຍ່ຍເກີຢາ ໜໍ່ຈໍ່ຈົງຕົວ ກໍ່ສະແດງຄວາມຂອບໃຈຕໍ່ຄະນະກຳມະການຊົນເຜົ່າຫວຽດນາມຢ່າງຈິງອົກຈິງໃຈ, ພິເສດແມ່ນ ສະຫາຍ ໂດ້ວັນຈ໊ຽນ, ກຳມະການ ສູນກາງພັກກອມມູນິດຫວຽດນາມ, ລັດຖະມົນຕີ, ປະທານຄະນະກຳມະ ການຊົນເຜົ່າ ເວລາໃດກໍ່ໄດ້ມີການສະໜັບສະໜູນ, ຊ່ວຍເຫຼືອອັນປະເສີດຕໍ່ກັບຄະນະກຳມະການສູນກາງ ແນວລາວສ້າງຊາດຢ່າງທັນການ. ເປັນພິເສດແມ່ນຂອງຂວັນທີ່ມີຄວາມໝາຍທີ່ສຸດມອບໃຫ້ແກ່ໝູ່ຄະນະ ຄູອາຈານ ແລະ ນ້ອງໆນັກຮຽນຂອງໂຮງຮຽນກິນນອນຊົນເຜົ່າແຂວງຫຼວງພະບາງ.

ຕີລາຄາສູງບົດຮຽນຂອງຄະນະກຳມະການຊົນເຜົ່າຫວຽດນາມໃນການຈັດຕັ້ງພິທີຍ້ອງຍໍຊົມເຊີຍຜູ້ຊົງຄຸນວຸດທິ, ປັນຍາຊົນ ແລະ ນັກທຸລະກິດຄົນຊົນເຜົ່າສ່ວນໜ້ອຍທີ່ດີເດັ່ນທົ່ວປະເທດ, ສະຫາຍຮອງປະທານຄະນະກຳມະ ການສູນກາງແນວລາວສ້າງຊາດ ແລະ ບັນດາຜູ້ແທນເຂົ້າຮ່ວມການພົບປະແລກປ່ຽນໃຫ້ຮູ້ວ່າ, ບົດຮຽນກ່ຽວກັບ ວຽກງານຊົນເຜົ່າຂອງຫວຽດນາມ ໄດ້ໜູນຊ່ວຍຫຼາຍທີ່ສຸດໃຫ້ແກ່ບັນດາການເຄື່ອນໄຫວເປັນເສນາທິການຜັນຂະ ຫຍາຍປະຕິບັດນະໂຍບາຍຊົນເຜົ່າຂອງຄະນະກຳມະການສູນກາງແນວລາວສ້າງຊາດໃນເວລາຜ່ານມາ.

ຜ່ານການພົບປະແລກປ່ຽນ, ສອງຝ່າຍເປັນເອກະພາບນຳກັນວ່າຈະມອບໃຫ້ບັນດາກົມກອງ, ພາກສ່ວນທີ່ກ່ຽວ ຂ້ອງຕ່າງໆ ສືບຕໍ່ປະສານສົມທົບໃນການກະກຽມພິມຈຳໜ່າຍນິຕະຍາສານເປັນສອງພາສາ “ເຂັ້ມຂົ້ນໄປດ້ວຍ ນ້ຳໃຈມິດຕະພາບ - ຂ້າມສາຍພູຫຼວງ” ຢ່າງແໜ້ນແຟ້ນ ເພື່ອໂຄສະນາກ່ຽວກັບນ້ຳໃຈມິດຕະພາບພິເສດ ລະຫວ່າງປະຊາຊົນສອງປະເທດຫວຽດນາມ - ລາວ. ພ້ອມກັນນັ້ນປຸກກຳລັງໃຈໃຫ້ແກ່ການອະນຸລັກ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳທີ່ມີສີສັນພິເສດຂອງວົງຄະນະຍາດບັນດາຊົນເຜົ່າສ່ວນໜ້ອຍທີ່ດຳລົງ ຊີວິດລຽບຕາມເສັ້ນຊາຍແດນ; ປະສານສົມທົບຈັດຕັ້ງກອງປະຊຸມສຳມະນາແລກປ່ຽນບົດຮຽນລະຫວ່າງບັນດາ ພະນັກງານຜູ້ປະຕິບັດວຽກງານຊົນເຜົ່າ, ຜູ້ແທນຄົນຊົນເຜົ່າສ່ວນໜ້ອຍ, ຜູ້ຊົງຄຸນວຸດທິຢູ່ໃນວົງຄະນະຍາດ ຊົນເຜົ່າສ່ວນໜ້ອຍທີ່ດຳລົງຊີວິດລຽບຕາມເສັ້ນຊາຍແດນຫວຽດນາມ - ລາວ.

ກໍ່ຢູ່ໃນການເຮັດວຽກກັບຄະນະຜູ້ແທນ, ສະຫາຍ ຄຳໃບ ດຳລັດ, ກຳມະການສູນກາງພັກປະຊາຊົນ ປະຕິວັດ ລາວ, ຮອງປະທານຄະນະກຳມະການສູນກາງແນວລາວສ້າງຊາດ ໄດ້ເນັ້ນໜັກທັດສະນະຂອງພັກ, ລັດ ແລະ ປະຊາຊົນລາວ ກ່ຽວກັບສາຍພົວພັນຄວາມຮັກແພງທີ່ຍິ່ງໃຫຍ່ຂ້າມສາຍພູຫຼວງຂອງຄົນລາວ ແລະ ຫວຽດນາມ ຫຼາຍຮຸ່ນຄົນ. ສະຫາຍ ຄຳໃບ ດຳລັດ ກໍ່ແລກປ່ຽນກ່ຽວກັບຄວາມຕ້ອງການຈະສືບຕໍ່ການປະສານສົມທົບກັບ ຄະນະກຳມະການຊົນເຜົ່າຫວຽດນາມ ໃນການແລກປ່ຽນຂໍ້ມູນຂ່າວສານນຳກັນ, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນໃນການໂຄສະນາ, ປຸກລະດົມຂົນຂວາຍວົງຄະນະຍາດບັນດາຊົນເຜົ່າສ່ວນໜ້ອຍ, ໂດຍສະເພາະ ແມ່ນຄົນຮຸ່ນໜຸ່ມຢູ່ບັນດາແຂວງຊາຍແດນຂອງສອງປະເທດໃຫ້ສືບຕໍ່ມີຄວາມຮັບຮູ້ອັນເລິກເຊິ່ງກ່ຽວກັບສາຍພົວພັນພິເສດລະຫວ່າງສອງປະເທດ; ໂຄສະນາເຜີຍແຜ່ກ່ຽວກັບບັນດາແຜນການ, ກິດຈະກຳເຄື່ອນໄຫວຮ່ວມມື ຮອບດ້ານລະຫວ່າງສອງປະເທດຫວຽດນາມ - ລາວ; ນະໂຍບາຍຊົນເຜົ່າ ແລະ ບົດຮຽນປະສົບການກ່ຽວກັບ ການຫລຸດຜ່ອນຄວາມທຸກຍາກ, ພັດທະນາເສດຖະກິດຂອງວົງຄະນະຍາດບັນດາຊົນເຜົ່າທີ່ດຳລົງຊີວິດຢູ່ສອງ ຟາກຊາຍແດນໃຫ້ຢ່າງກວ້າງຂວາງ, ປະກອບສ່ວນເສີມສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ໝັ້ນຄົງ, ຮ່ວມມື ແລະ ພັດທະນາ ເພື່ອຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ.

ຕາງໜ້າການນຳຄະນະກຳມະການຊົນເຜົ່າຫວຽດນາມ, ສະຫາຍ ນາງ ຮວ່າງທິແຮ້ງ, ຮອງລັດຖະມົນຕີ, ຮອງປະທານຄະນະກຳມະການຊົນເຜົ່າໄດ້ຢັ້ງຢືນ, ວົງຄະນະຍາດບັນດາຊົນເຜົ່າທີ່ດຳລົງຊີວິດຢູ່ລຽບຕາມເສັ້ນ ຊາຍແດນຫວຽດ - ລາວ ແມ່ນບັນດາຜູ້ເປັນພະຍານແຫ່ງປະຫວັດສາດຂອງສາຍພົວພັນອັນໃກ້ຊິດຕິດພັນ, ສະໜິດສະໜົມນຳກັນຕັ້ງຫຼາຍເສັ່ນຄົນມາແລ້ວຂອງທັງສອງຊາດ. ຜ່ານການຂຶ້ນລົງຂອງປະຫວັດສາດເປັນຫຼາຍ ຄັ້ງຫຼາຍຕ່າວ, ສາຍພົວພັນພິເສດນັ້ນໄດ້ທັງສອງປະເທດຖະນຸຖະໜອມ, ເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ, ກາຍເປັນແບບຢ່າງ, ບໍລິສຸດຜຸດຜ່ອງ, ຂາວສະອາດ, ໝັ້ນຄົງຄະນົງແກ່ນ, ຫາຍາກຢູ່ໃນການພົວພັນສາກົນ.

ໃນແຜນການຢ້ຽມຢາມ, ສະຫາຍ ນາງ ຮວ່າງທິແຮ້ງ, ຮອງລັດຖະມົນຕີ, ຮອງປະທານຄະນະກຳມະການ ຊົນເຜົ່າຫວຽດນາມ ພ້ອມດ້ວຍຄະນະກໍ່ໄດ້ເຂົ້າຢ້ຽມຂ່ຳນັບສະຫາຍປະທານຄະນະກຳມະທິການຊົນເຜົ່າ ສະພາແຫ່ງຊາດລາວ, ຢ້ຽມຢາມ ແລະ ເຮັດວຽກກັບການນຳແຂວງຫຼວງພະບາງ ແລະ ມອບຂອງຂວັນໃຫ້ ບາງວົງຄະນະຍາດບັນດາຊົນເຜົ່າສ່ວນໜ້ອຍຂອງແຂວງຫຼວງພະບາງ.

ການໄປຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ຂອງຄະນະຜູ້ແທນຂັ້ນສູງຄະນະກຳມະການຊົນເຜົ່າຫວຽດນາມ ໄດ້ປະໄວ້ສັນຍາລັກຫຼາຍຢ່າງ. ທັງສອງຝ່າຍພ້ອມກັນຕີລາຄາ, ແກ້ໄຂບັນດາບັນຫາທີ່ທັງສອງຝ່າຍມີຄວາມ ສົນໃຈ; ແລກປ່ຽນ, ແບ່ງປັນບົດຮຽນໃນການຫລຸດຜ່ອນຄວາມທຸກຍາກ, ສ້າງຄວາມຮັ່ງມີ, ພັດທະນາຍືນຍົງ ຢູ່ເຂດຊົນເຜົ່າສ່ວນໜ້ອຍ, ເຂດພູດອຍ. ການໄປຢ້ຽມຢາມ ແລະ ເຮັດວຽກຢູ່ລາວຄັ້ງນີ້ໄດ້ຫັນເປັນລະອຽດ ການປະຕິບັດບົດບັນທຶກການຮ່ວມມືໃນຂົງເຂດວຽກງານຊົນເຜົ່າລະຫວ່າງຫວຽດນາມ ແລະ ລາວ, ປະກອບ ສ່ວນເຮັດໃຫ້ສາຍພົວພັນຮ່ວມມືໃນຂົງເຂດວຽກງານຊົນເຜົ່າເຂົ້າສູ່ລວງເລິກ, ແທດເໝາະກັບຕົວຈິງກວ່າ; ປະກອບສ່ວນຮັດແໜ້ນຄວາມສາມັກຄີ, ມິດຕະພາບລະຫວ່າງສອງປະເທດ.

Từ khóa
Tin liên quan
Tin khác