ປົກປັກຮັກສາຫຼັກໝາຍຊາຍແດນ: ຮັກສາຄວາມສັນຕິພາບ ແລະ ຄວາມມິດຕະພາບອ້າຍນ້ອງລະ ຫວ່າງສາມປະເທດ ອິນດູຈີນ

09:08 AM 11/01/2021 |   Lượt xem: 1151 |   In bài viết | 

ໃນຈິດສຳນຶກຂອງຄົນ ຫວຽດນາມ, ຊາຍແດນແມ່ນສະຖານທີ່ໜຶ່ງທີ່ມີຄວາມສັກສິດ, ນອກຈາກເປັນເຂດແດນ ດ້ານກົດໝາຍກ່ຽວກັບຜືນແຜ່ນດິນ, ສະຖານທີ່ດັ່ງກ່າວຍັງເປັນບ່ອນເກັບຮັກສາບັນດາວັດຖຸສິ່ງຂອງທີ່ເປັນຫຼັກ ໝາຍພະຍານ, ຄຸນງາມຄວາມດີໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງບັນພະບຸລຸດ, ພິເສດ ແມ່ນສະຖານທີ່ແຫ່ງນີ້ - ເຂດຊາຍແດນລະຫວ່າງສາມປະເທດ, ຫຼັກໝາຍຊາຍແດນລະຫວ່າງ ຫວຽດນາມ - ລາວ - ກຳປູເຈຍ, ເປັນບ່ອນທີ່ສຽງໄກ່ຂັນສາມປະເທດຟັງນຳກັນ, ເປັນບ່ອນທີ່ຂຶ້ນຂັ້ນໄດພັກຈຳນວນ 120 ຂັ້ນ ແລະ ກ້າວ 100 ບາດພວກເຮົາສາມາດຍ່າງຂ້າມສາມປະເທດ.

ທີ່ຕັ້ງຫຼັກໝາຍຊາຍແດນຕັ້ງຢູ່ຄວາມສູງ 1.086 ແມັດ, ຝ່າຍຫວຽດນາມແມ່ນແຂວງ ກອນຕຸມ, ຝ່າຍລາວ ແມ່ນແຂວງ ອັດຕະປື, ຝ່າຍກຳປູເຈຍແມ່ນແຂວງ ຣາຕານາກິຣິ, ຫ່າງຈາກດ່ານສາກົນ ພູເກືອ 10 ກິໂລ ແມັດ, ຫ່າງຈາກນະຄອນ ກອນຕຸມ 90 ກິໂລແມັດ.

ຈາກເຂດດິນໜຶ່ງທີ່ຮົກເຮື້ອວ່າງເປົ່າລົມແຮງ, ພູຕໍ່ພູ, ໂນນຕໍ່ໂນນ ແຕ່ປັດຈຸບັນນີ້, ມີບັນດາໂຄງການໄດ້ສ້າງ ຂຶ້ນ ຈິ່ງເຮັດໃຫ້ເຂດດິນແຫ່ງນີ້ປາກົດສີສັນຄວາມຈະເລີນ, ໄດ້ຮອງຮັບການພັດທະນາກ່ຽວກັບເສດຖະກິດໃນ ທົ່ວປະເທດເວົ້າລວມ ແລະ ເວົ້າສະເພາະແມ່ນຂອງ ກອນຕຸມ. ໃນອະນາຄົດພວກເຮົາໄດ້ມີຄວາມຮັບຮູ້ໃໝ່ ກ່ຽວກັບເຂດດິນແຫ່ງນີ້, ນັ້ນແມ່ນ ການພັດທະນາແບບຍືນຍົງກ່ຽວກັບວຽກງານປ້ອງກັນຊາດ, ຄວາມໝັ້ນຄົງ ດ້ານເສດຖະກິດ. ຈາກນັ້ນ, ຄວາມມິດຕະພາບລະຫວ່າງສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ ກໍນັບ ມື້ນັບໄດ້ຮັບການຮັດແໜ້ນໃນທຸກດ້ານຂຶ້ນຕື່ມ.

ນອກຈາກຄວາມໝາຍດ້ານເສດຖະກິດແລ້ວ, ແຕ່ລະຊື່ຂອງເຂດດິນແຫ່ງນີ້ລ້ວນແຕ່ແມ່ນເລື່ອງອະພິນິຫານທີ່ ສັກສິດ ແລະ ເລິກລັບ. ມີພຽງແຕ່ 4 ກິໂລແມັດທາງອາກາດ ແຕ່ຕ້ອງຜ່ານຜ່າບັນດາເສັ້ນທາງທີ່ລະອິດ ລະອ້ຽວເກືອບ 10 ກິໂລແມັດຈິ່ງຮອດຫຼັກໝາຍຊາຍແດນ. ໃນທາງໄປໄດ້ຜ່ານເຂດດິນທີ່ມີຫຼາຍເທບນິຍາຍ ຂອງຄົນກະຢົງ ເຊັ່ນ: ກ້ອນຫີນ ໂມຢາງ (ຫີນຟ້າ) ກັບເທບນິຍາຍກ່ຽວກັບນາງສາວ 7 ຄົນ ແລະ ອົງລາດ ຊະສີ; ທາດດອນຈໍ, ຍິ່ງກ່ວານັ້ນ ເຮົາສາມາດເອີ້ນວ່າ ທາດລໍຖ້າ, ພ້ອມກັບທັດສະນີຍະພາບ ແລະ ເທບນິ ຍາຍອື່ນໆຢ່າງຫຼວງຫຼາຍ.

ໃນວັນທີ 28/12/2012, ອົງການປົກຄອງແຂວງ ກອນຕຸມ ໄດ້ອອກຂໍ້ຕົກລົງສະບັບເລກທີ 1240/ຕລ-ອກປຄ ວ່າດ້ວຍການອະນຸມັດໂຄງການຂຸດຄົ້ນການທ່ອງທ່ຽວເຂດຫຼັກໝາຍຊາຍແດນຮ່ວມກັນລະຫວ່າງສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ ບົນພື້ນຖານຈຸດໝາຍແມ່ນ: ຂຸດຄົ້ນຄວາມສາມາດບົ່ມຊ້ອນທີ່ເປັນທ່າໄດ້ປຽບ ຂອງທີ່ຕັ້ງຫຼັກໝາຍຊາຍແດນຮ່ວມກັນລະຫວ່າງສາມປະເທດ ເພື່ອກໍ່ຮ່າງສ້າງຕົວ ແລະ ຂະຫຍາຍການທ່ອງ ທ່ຽວໃນເທດສະບານເມືອງ ງອກໂຮ່ຍ ຕາມແຜນກຳນົດພັດທະນາການທ່ອງທ່ຽວຂອງແຂວງ, ປະກອບສ່ວນ ເຂົ້າໃນການກະຕຸກຊຸກຍູ້ພື້ນຖານເສດຖະກິດສິນຄ້າ ແລະ ຫັນປ່ຽນໂຄງປະກອບເສດຖະກິດຕາມທິດເພີ່ມກຸ່ມ ຂະແໜງການບໍລິການ, ການທ່ອງທ່ຽວເທື່ອລະກ້າວ. ພັດທະນາການທ່ອງທ່ຽວ ແນໃສ່ປະກອບສ່ວນອັນຕັ້ງໜ້າ ເຂົ້າໃນຂະບວນວິວັດແຫ່ງການປະຕິບັດຄາດໝາຍພັດທະນາເສດຖະກິດ - ສັງຄົມຕ່າງໆ ໃນເທດສະບານ ແຂວງເວົ້າລວມ ແລະ ເວົ້າສະເພາະແມ່ນຂອງເມືອງ ງອກໂຮ່ຍ, ປະກອບສ່ວນອັນສຳຄັນເຂົ້າໃນການລົບລ້າງ ຄວາມອຶດຫີວຫລຸດຜ່ອນຄວາມທຸກຍາກ, ຮັກສາການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຊາຍແດນ, ຄວາມ ເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມຢ່າງໝັ້ນຄົງ. ໃນນັ້ນ, ສູ້ຊົນຈົນຮອດປີ 2025 ເມືອງ ງອກ ໂຮ່ຍ ຈະຮັບນັກທ່ອງທ່ຽວປະມານ: 65.000-80.000 ຖ້ຽວຄົນ, ໃນນັ້ນ, ນັກທ່ອງທ່ຽວພາຍໃນປະເທດແມ່ນ 55.000-60.000 ຖ້ຽວຄົນ, ນັກທ່ອງທ່ຽວຕ່າງປະເທດແມ່ນ 10.000-20.000 ຖ້ຽວຄົນ ແລະ ຈຳນວນນັກ ທ່ອງທ່ຽວທີ່ໄປຮອດຫຼັກໝາຍຊາຍແດນຮ່ວມກັນລະຫວ່າງສາມປະເທດແມ່ນບັນລຸໄດ້ປະມານ 90% ໃນຈຳ ນວນນັກທ່ອງທ່ຽວທັງໝົດທີ່ມາຮອດເມືອງ ງອກໂຮ່ຍ - ເທົ່າກັບປະມານ 58.500-72.000 ຖ້ຽວຄົນ.

ເພື່ອບັນລຸໄດ້ຈຸດໝາຍດັ່ງກ່າວ, ຂະແໜງການທ່ອງທ່ຽວແຂວງ ກອນຕຸມ ໄດ້ຖືເປັນສຳຄັນການພັດທະນາບັນ ດາຈຸດ, ລະບົບການທ່ອງທ່ຽວ, ທົວທ່ອງທ່ຽວຢ່າງຄົບຊຸດ ແລະ ກົມກຽມກັນບົນພື້ນຖານເນື້ອທີ່ຂອງສາມ ປະເທດອ້ອມເຂດຫຼັກໝາຍຊາຍແດນຮ່ວມກັນລະຫວ່າງສາມປະເທດ. ເຊື່ອມຕໍ່ການທ່ອງທ່ຽວເຂດຫຼັກໝາຍ ຊາຍແດນລະຫວ່າງສາມປະເທດກັບບັນດາຈຸດ, ລະບົບການທ່ອງທ່ຽວ, ທົວທ່ອງທ່ຽວຂອງທ້ອງຖິ່ນຕ່າງໆ ໃນເຂດສາມລ່ຽມພັດທະນາ ຫວຽດນາມ - ລາວ - ກຳປູເຈຍ. ພ້ອມດຽວກັນນັ້ນ, ພັດທະນາບັນດາຮູບແບບ ການທ່ອງທ່ຽວຕ່າງໆ ເຊັ່ນ: ການທ່ອງທ່ຽວວັດທະນະທຳບັນດາບ້ານປະຊາຊົນຊົນເຜົ່າສ່ວນໜ້ອຍ, ທ່ອງທ່ຽວ ນິເວດ; ທ່ຽວຊົມຮ່ອງຮອຍປະຫວັດສາດການປະຕິວັດຕ່າງໆ; ການທ່ອງທ່ຽວແບບສູນລວມ (ທ່ຽວຊົມ, ຊື້ ເຄື່ອງ…); ທ່ອງທ່ຽວງາມບຸນ ແລະ ທ່ອງທ່ຽວງານວາງສະແດງ. 

ປັດຈຸບັນນີ້, ເມືອງ ງອກໂຮ່ຍ ໄດ້ມີການລົງທຶນພື້ນຖານດ້ານວັດຖຸທີ່ຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມເທື່ອລະກ້າວເວົ້າລວມ ແລະ ເວົ້າສະເພາະແມ່ນຂົງເຂດການທ່ອງທ່ຽວເຊັ່ນ: ຄົມມະນາຄົມ, ຊົນລະປະ ທານ, ຂໍ້ມູນຂ່າວສານການສື່ສານ, ໄຟຟ້າ, ນ້ຳປາກປາ, ໂຮງແຮມ, ຮ້ານອາຫານ ແລະ ອື່ນໆ. ສະເພາະ ແມ່ນພື້ນຖານດ້ານວັດຖຸທີ່ຮັບໃຊ້ໃຫ້ແກ່ການທ່ອງທ່ຽວໄດ້ຮັບການພັດທະນາ ທັງກ່ຽວກັບຂະໜາດ ແລະ ທັງ ຄຸນນະພາບເທື່ອລະກ້າວ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຮັບໃຊ້ນັກທ່ອງທ່ຽວ. ຈຳນວນໂຮມແຮມ, ຮ້ານອາຫານທັງໝົດ ແມ່ນເພີ່ມຂຶ້ນໂດຍໄວ, ຄຸນນະພາບຫ້ອງພັກເຊົາກຳລັງໄດ້ຮັບການຍົກສູງເທື່ອລະກ້າວ, ຈຳນວນໂຮງແຮມທີ່ໄດ້ຈັດປະເພດລະດັບ 1-2 ດາວນັບມື້ນັບເພີ່ມຂຶ້ນ (ພິເສດແມ່ນມີໂຮງແຮມ BMC ບັນລຸ ໄດ້ມາດຕະຖານ 4 ດາວ). ຈຳນວນຫົວໜ່ວຍເຮັດທຸລະກິດການຄ້າ, ບໍລິຫານ, ໂຮງແຮມ, ຮ້ານອາຫານເພີ່ມ ຂຶ້ນແຕ່ 372 ແຫ່ງ ຂອງປີ 2005 ຂຶ້ນເປັນຫຼາຍກ່ວາ 1.000 ແຫ່ງໃນປີ 2015.

ບົນພື້ນຖານຄວາມສາມາດບົ່ມຊ້ອນ ແລະ ທ່າໄດ້ປຽບຂອງທີ່ຕັ້ງເຂດສາມແຍກອິນດູຈີນ, ຫວັງວ່າ ເຂດຫຼັກ ໝາຍຊາຍແດນຮ່ວມກັນລະຫວ່າງສາມປະເທດຫວຽດນາມ - ລາວ - ກຳປູເຈຍ ຈະເປັນຈຸດທ່ອງທ່ຽວທີ່ມີ ຄວາມສາມາດບົ່ມຊ້ອນໃນອະນາຄົດ. ການພັດທະນາຂອງເຂດດິນແຫ່ງນີ້ ຈະກະຕຸກຊຸກຍູ້ຂະບວນວິວັດແຫ່ງ ການຮ່ວມມື, ສ້າງສັນສາກົນໃນເຂດສາມລ່ຽມພັດທະນາລະຫວ່າສາມປະເທດຫວຽດນາມ - ລາວ - ກຳປູເຈຍ.

Từ khóa
Tin liên quan
Tin khác