ເພີ່ມພູນຄູນສ້າງມິດຕະພາບຫວຽດ - ລາວ ໂດຍຜ່ານບັນດາເລື່ອງໃນສະໄໝສົງຄາມ
04:04 PM 08/01/2021 | Lượt xem: 2392 In bài viết |ປີນີ້ອາຍຸໄດ້ເກືອບ 90 ປີແລ້ວ, ແຕ່ພໍ່ເຖົ້າ ຈ໊າງລາວຫຼື, ລູກຊາຍຂອງພໍ່ຕູ້ ຈ໊າງລາວໂຄ, ຢູ່ຕາແສງຟຽງ ຄວ່າຍ, ເມືອງອຽນເຈົາ (ແຂວງເຊິນລາ) ຍັງມີຄວາມຊົງຈຳຄືເກົ່າກ່ຽວກັບຊຸມວັນທີ່ຄອບຄົວເພິ່ນໄດ້ລ້ຽງເກືອ ປະທານປະເທດແຫ່ງ ສປປ ລາວ ສະຫາຍໄກສອນ ພົມວິຫານ.
ຢ້ຳຄືນເລື່ອງເກົ່າ, ພໍ່ເຖົ້າ ຈ໊າງລາວຫຼື ໃຈປ່ວນຄິດຄືນ, 71 ປີກ່ອນ, ປະມານເດືອນ 4/1948, ຄະນະຕະລຸມ ບອນລາວ - ເໜືອປະກອບມີ 14 ຄົນເຄື່ອນທັບຜ່ານທ້ອງຖິ່ນຕ່າງໆຂອງຫວຽດນາມ. ເວລາຮອດບ້ານຟຽງສາ, ເມືອງອຽນເຈົາ, ຄະນະຢຸດກ່ອນ ເພື່ອກໍ່ສ້າງຖານທີ່ໝັ້ນ ແລະ ກຳສະພາບກ່ອນທີ່ເຄື່ອນທັບເຂົ້າດິນແດນລາວ.
ຢູ່ເຂດຖານທີ່ໝັ້ນແຫ່ງນີ້, ສະຫາຍໄກສອນ ພົມວິຫານ ແຕ່ງຄົນໄປດິນແດນລາວ ເພື່ອກຳສະພາບ ແລະ ມີ ບັນດາແຜນການກ່ອນທີ່ຈະບຸກໜ້າເຂົ້າໄປດິນແດນລາວ. ໃນເວລາເຄື່ອນໄຫວຢູ່ຟຽງສາ, ຄະນະຕັ້ງຖານທີ່ໝັ້ນ ເຄື່ອນໄຫວຢູ່ຖ້ຳເຖີມເມ໊ ແລະ ຝຶກແອບການທະຫານ ເພື່ອກັບຄືນກໍ່ສ້າງເຂດຖານທີ່ໝັ້ນຢູ່ເມືອງວຽງໄຊ; ສະ ເພາະສະຫາຍໄກສອນ ພົມວິຫານ ໄດ້ການຈັດຕັ້ງຈັດໄປຢູ່ເຮືອນພໍ່ຕູ້ ລາວໂຄ ໃນບ້ານຟຽງສາ.
ຕາມຄຳເວົ້າທີ່ພໍ່ເຖົ້າ ຫຼື ໄດ້ເລົ່າ: ເມື່ອສະຫາຍໄກສອນ ພົມວິຫານ ມາຢູ່ນຳ, ຄອບຄົວທັງໝົດລ້ວນແຕ່ດີອົກດີ ໃຈທີ່ສຸດ, ຖືເພິ່ນຄືຄົນຢູ່ໃນຄອບຄົວ ແລະ ຍັງໄດ້ຮັບເປັນອ້າຍຮັກ, ເຈາະເລືອດດື່ມເພື່ອສາບານອີກດ້ວຍ. ເພື່ອມີບ່ອນນອນ, ພໍ່ຂອງພໍ່ເຖົ້າແມ່ນພໍ່ຕູ້ ລາວໂຄ ຍັງໄດ້ເຮັດດ້ວຍມືເອງຕຽງໜ່ວຍໜຶ່ງໄວ້ຢູ່ໃນຫ້ອງນອນ ເພື່ອໃຫ້ສະຫາຍໄກສອນ. ມີເວລາເພື່ອຮັກສາຄວາມລັບ, ສະຫາຍໄກສອນ ພົມວິຫານ ອອກໄປຢູ່ຖ້ຳເຖີມເມ໊, ຫ່າງຈາກເຮືອນຈັກສອງສາມຫຼັກໄປທາງປ່າ, ແຕ່ສອງສາມມື້, ຄອບຄົວ ລາວໂຄ ກໍ່ບົດສາລີ, ຕຳເຂົ້າ, ເອົາ ຂອງກິນໄປລຳລຽງໃຫ້ອ້າຍຮັກ.
"ປີ 1949, ມີເທື່ອໜຶ່ງສະຫາຍໄກສອນ ພົມວິຫານ ໃຫ້ຜູ້ຕິດຕໍ່ສື່ສານມາເຮືອນລົມເລື່ອງກັບພໍ່ຂ້າພະເຈົ້າ. ຟັງແລ້ວ, ພໍ່ຂ້າພະເຈົ້າເອົາເງິນຫຼຽນ 30 ຫຼຽນໃຫ້ຜູ້ຕິດຕໍ່ສື່ສານຂອງສະຫາຍໄກສອນ. ເວລາຜູ້ຕິດຕໍ່ສື່ສານໄປ ແລ້ວ, ພໍ່ຂ້າພະເຈົ້າຈຶ່ງເວົ້າກັບຄອບຄົວທຸກຄົນວ່າສະໜັບສະໜູນອ້າຍຮັກເງິນຫຼຽນ 30 ຫຼຽນເພື່ອຊື້ອາວຸດ. ຫຼັງຈາກຊື້ປືນຜາໜ້າໄມ້ໄດ້ແລ້ວ, ສະຫາຍໄກສອນ ໄດ້ມີໃບຢັ້ງຢືນສະບັບໜຶ່ງຝາກມາໃຫ້ພໍ່ຂ້າພະເຈົ້າ ແລະ ຂອບໃຈຄອບຄົວທີ່ໄດ້ຊ່ວຍເຫຼືອການປະຕິວັດລາວ. ໃບຢັ້ງຢືນສະບັບນັ້ນພໍ່ຂ້າພະເຈົ້າຍັດໃສ່ໄມ້ລຳໜຶ່ງຢູ່ເທິງ ຫຼັງຄາເຮືອນ. ຕໍ່ມາເວລາມ້າງຫຼັງຄາເຮັດເຮືອນຄືນໃໝ່, ເປີດອອກເບິ່ງແມ່ນຖືກມອດກິນເກືອບໝົດ, ແຕ່ຄວາມ ຮັກແພງຂອງຄອບຄົວຕໍ່ກັບປະທານປະເທດລາວແມ່ນບໍ່ມີຍາມຈືດຈາງ", ພໍ່ເຖົ້າ ຫຼື ໄດ້ເລົ່າ.
ມີເລື່ອງໜຶ່ງທີ່ເວລາຫຼັງນີ້ພໍ່ຕູ້ ລາວໂຄ ມັກເລົ່າຄືນໃຫ້ລູກຫຼານຟັງເລື້ອຍໆ. ນັ້ນແມ່ນປີ 1949, ມີບັກສອດແນມ ບັກໜຶ່ງໄດ້ພາທະຫານຝຣັ່ງ ແຕ່ຊຽງຄໍ້ (ລາວ) ຂຶ້ນມາບ້ານຟຽງສາ ຊອກຈັບຫວຽດມິນ. ມາຮອດ, ພົບພໍ່ຕູ້ ລາວໂຄ, ພວກທະຫານຖາມ: "ມີຫວຽດມິນຢູ່ນີ້ບໍ?", ໃນເວລານັ້ນ, ມີພະນັກງານຈັກສອງສາມຄົນກຳລັງຢູ່ໃນ ເຮືອນ.
ແຕ່ພໍ່ຕູ້ ລາວໂຄ ໄດ້ຕອບຢ່າງຫຼັກແຫຼມວ່າ: "ມີສອງຄົນແຕ່ມັນໄປຜ່ານນີ້ແຕ່ດົນແລ້ວ, ທາງໄປນັ້ນໂຕເສືອ, ໂຕເສືອດາວກໍ່ບໍ່ໄປໄດ້, ຖ້າຢາກໄປກູພາໄປ, ຖ້າບໍ່ໄປແມ່ນຢູ່ນີ້ດື່ມເຫຼົ້າ. ໄດ້ຟັງຄືແນວນັ້ນແລ້ວ, ພວກທະຫານ ບໍ່ຖາມຫຍັງຕື່ມອີກແລ້ວຮຽກດື່ມເຫຼົ້າ. ສະນັ້ນພໍ່ຕູ້ຈຶ່ງຮ້ອງ "ຄົນໃຊ້" ສອງສາມຄົນເອົາເຫຼົ້າມາໃຫ້ພວກທະຫານ. ດື່ມເຫຼົ້າແລ້ວພວກມັນຖອນກັບຄ້າຍ ຊຶ່ງບໍ່ຮູ້ວ່າ "ຄົນໃຊ້" ສອງສາມຄົນນັ້ນແມ່ນບັນດາຜູ້ທີ່ພວກມັນກຳລັງຊອກ ຈັບ.
ພໍ່ເຖົ້າ ຫຼື ໃຫ້ຮູ້ວ່າ, ນັບທັງການທີ່ຄອບຄົວເພິ່ນສ້າງເຮືອນຫຼັງນີ້ຢູ່ກາງເຄິ່ງພູດອຍກໍ່ແມ່ນຍ້ອນສະຫາຍໄກສອນ ຊ່ວຍບອກໃຫ້ຮູ້. ນັ້ນແມ່ນທ້າຍປີ 1948, ພະນັກງານຫວຽດມິນສີ່ຄົນທີ່ເຄື່ອນໄວຫຢູ່ລາວມານີ້, ມີຜູ້ໜຶ່ງຖືກເຈັບ ໜັກ. ຈັກສອງສາມມື້ຫຼັງຈາກຄະນະພະນັກງານອອກໄປ, ແມ່ນຄົນຢູ່ໃນຄອບຄົວກໍ່ເລີ່ມຖືກເຈັບໝົດ. ຄວາມຈິງ ແມ່ນຖືກຕິດພະຍາດໝາກສຸກ. ສະຫາຍໄກສອນ ບອກວ່າ, ຖ້າຖືກຕິດໂລກພະຍາດແລ້ວ, ຈຳເປັນຕ້ອງຍ້າຍ ບ່ອນຢູ່.
ເວົ້າແລ້ວສະຫາຍໄກສອນ ພ້ອມກັບພໍ່ຕູ້ ລາວໂຄ ໄປເລືອກດິນຍ້າຍເຮືອນ, ຊອກໄປຊອກມາສຸດທ້າຍເລືອກ ໄດ້ຕອນດິນໜຶ່ງຢູ່ກາງເຄິ່ງພູດອຍ, ຢູ່ຕີນພູດອຍມີຫ້ວຍ, ຫ່າງຈາກບ່ອນຢູ່ເກົ່າສອງຫຼັກເພື່ອສ້າງເຮືອນ. ເຫັນ ຄອບຄົວພໍ່ຕູ້ ລາວໂຄ ຍ້າຍເຮືອນ, ມີ 3 ຄອບຄົວກໍ່ຍ້າຍໄປຕາມ, ດົນມາຈຶ່ງສ້າງເປັນບ້ານ. ກໍ່ຍ້ອນຄືແນວນັ້ນ ຊຶ່ງປີ 1962, ບ້ານແຫ່ງນີ້ຈຶ່ງເອົາຊື່ແມ່ນບ້ານ ລາວໂຄ ນັບແຕ່ນັ້ນມາ.
ທ້າຍປີ 1950, ເວລາຂະບວນການປະຕິວັດຢູ່ລາວ ໄດ້ຂະຫຍາຍຢ່າງແຂງແຮງ, ເພື່ອສ້າງຄວາມສະຫວກໃຫ້ ແກ່ການຊີ້ນຳ, ສະຫາຍໄກສອນ ພົມວິຫານ ໃຫ້ຍ້າຍຖານທີ່ໝັ້ນໄປຢູ່ລາວ. ຍ້ອນສະພາບການສົງຄາມເປັນ ເວລາຫຼາຍສິບປີຫຼັງນັ້ນພໍ່ຕູ້ ລາວໂຄ ແລະ ອ້າຍຮັກບໍ່ໄດ້ພົບກັນ. ແຕ່ເວລາຫຼັງນີ້, ເມື່ອເງື່ອນໄຂໄດ້ຫລຸດຜ່ອນ ຄວາມຫຍຸ້ງຍາກແລ້ວ, ມີພະນັກງານຂອງປະເທດ ສປປ ລາວຫຼາຍຄົນ ແລະ ຄອບຄົວປະທານ ໄກສອນ ພົມວິຫານ ກໍ່ໄປມາຢ້ຽມຢາມຄອບຄົວເລື້ອຍໆ. ຄອບຄົວພໍ່ຕູ້ ຈ໊າງລາວໂຄ ກໍ່ໄດ້ລັດຖະບານແຫ່ງ ສປປ ລາວ ປະດັບຫຼຽນໄຊອິດສະຫຼະ.
ອາດຈະເວົ້າໄດ້ວ່າຄວາມຜູກພັນຮັກໄຄ່ຂອງຄອບຄົວພໍ່ຕູ້ ຈ໊າງລາວໂຄ ມີຕໍ່ກັບປະທານ ໄກສອນ ພົມວິຫານ ນັ້ນບໍ່ພຽງແຕ່ແມ່ນສາຍພົວພັນອັນສະໜິດຊິດເຊື້ອຂອງ 2ຄອບຄົວເທົ່ານັ້ນ ຫາກຍັງແມ່ນສັນຍາລັກແຫ່ງຄວາມສາມັກຄີຂອງ 2 ຊາດ, 2 ປະເທດອີກດ້ວຍ.