ບົດບາດຂອງຜູ້ຊົງຄຸນວຸດທິໃນວຽກງານໂຄສະນາຍົກສູງຄວາມຮັບຮູ້ໃຫ້ແກ່ປະຊາຊົນສອງເບື້ອງຊາຍແດນ ຫວຽດນາມ - ລາວ ຢູ່ເຊີນລາ

03:00 PM 18/12/2020 |   Lượt xem: 2733 |   In bài viết | 

ບົນພື້ນຖານການຊີ້ນຳ, ແນະນຳຂອງຂັ້ນເທິງແຕ່ລະຝ່າຍ, ດ້ວຍບັນດາຮູບການ, ວິທີການອັນສອດ ຄ່ອງ, ຄະນະພັກ, ອຳນາດການປົກຄອງ,  ບັນດາອົງການຈັດຕັ້ງທ້ອງຖິ່ນພ້ອມກັບຖັນແຖວຜູ້ຊົງຄຸນວຸດທິໃນ ປະຊາຊົນຊົນເຜົ່າສ່ວນໜ້ອຍໄດ້ມີການໂຄສະນາໃຫ້ແກ່ປະຊາຊົນກ່ຽວກັບຄວາມໝາຍ, ຈຸດປະສົງ, ເນື້ອໃນຂອງຂະບວນການແຮກສ່ຽວລະຫວ່າງກຸ່ມຊຸມຊົນ (ບ້ານຕໍ່ບ້ານ) ສອງເບື້ອງຊາຍແດນ.

ໂຄສະນາກ່ຽວກັບອະທິປະໄຕຂອງຜືນແຜ່ນດິນ, ບັນດາສັນຍາວ່າດ້ວຍກົດລະບຽບຊາຍແດນລະຫວ່າງ ປະເທດສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ, ຂໍ້ກຳນົດຕ່າງໆຂອງກົດໝາຍແຕ່ລະປະເທດ; ກ່ຽວກັບໝາກຜົນ ແລະ ຄວາມໝາຍຂອງວຽກງານເພີ່ມ ຄວາມຖີ່, ບູລະນະລະບົບຫຼັກໝາຍຊາຍແດນລະຫວ່າງປະເທດຕາມເສັ້ນຊາຍແດນ ຫວຽດນາມ - ລາວ; ຄຸນຄ່າອັນໃຫຍ່ຫຼວງຂອງມູນເຊື້ອຄວາມມິດຕະພາບ, ຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ, ກ່ຽວກັບກົນອຸບາຍ, ແບບວິທີ, ເລ່ລ່ຽມເຄື່ອນໄຫວຕ້ານ ແລະ ທຳລາຍຂອງບັນດາກຳລັງສັດຕູ, ພວກປະຕິການຕ້ານ ແລະ ທຳລາຍສາຍພົວພັນສາມັກຄີ, ທຳລາຍເສັ້ນຊາຍແດນ, ຫຼັກໝາຍ, ຮັກສາຄວາມສະຫງົບສຸກ, ຄວາມໝັ້ນຄົງໃນເຂດຊາຍແດນຂອງສອງປະເທດ.

ຜູ້ຊົງຄຸນວຸດທິຂອງບັນດາບ້ານ, ຕາແສງເຂດຊາຍແດນ ແລະ ບັນດາຄູ່ບ້ານກໍໄດ້ມີການປະສານງານ ຈັດຕັ້ງການໂຄສະນາໃນ 952 ເທື່ອ/29.283 ຖ້ຽວຄົນເຂົ້າຮ່ວມ; ເນື່ອງຈາກການໂຄສະນາດັ່ງກ່າວ, ໄດ້ເຮັດໃຫ້ປະຊາຊົນສອງເບື້ອງຊາຍແດນມີຄວາມຮູ້ກ່ຽວກັບແຜນນະໂຍບາຍ, ນະໂຍບາຍກົດໝາຍຂອງແຕ່ລະປະເທດຢ່າງເລິກເຊິ່ງກ່ວາເກົ່າ ກໍຄືຄວາມຮັບຮູ້, ສະຕິກ່ຽວກັບຄວາມຮັບຜິດຊອບໃນການປະສານງານເຂົ້າຮ່ວມການປ້ອງກັນອະທິປະໄຕ, ຄວາມສະຫງົບເຂດຊາຍແດນ; ປະກອບສ່ວນອັນສຳຄັນເຂົ້າໃນການຮັກສາ ແລະ ປະຕິບັດຂໍ້ກຳນົດຕ່າງໆ ຂອງກົດໝາຍທີ່ກ່ຽວພັນເຖິງຊາຍແດນລະຫວ່າງປະເທດຂອງແຕ່ລະຝ່າຍຢ່າງເຂັ້ມງວດ; ພ້ອມກັນສ້າງຊາຍແດນທີ່ສັນຕິພາບ, ມິດຕະພາບ, ໝັ້ນຄົງ ແລະ ພັດທະນາ.

Từ khóa
Tin liên quan
Tin khác